ເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນັ້ນ, ແຂວງ ໄຊຍະບູລີ ຈະໄດ້ຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ, ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມ, ງານບຸນດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021, ກໍານົດ 1 ວັນ.

Image may contain: 1 person, sitting, text that says 'ELEPHANT FESTIVAL 2021 PRESS CONFERENCE SAYABOURY PROVINCE'

.

Image may contain: one or more people, people on stage, sky and outdoor

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານບຸນຊ້າງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນຊ້າງ ໃນວັນທີ 17 ມັງກອນ 2021 ທີ່ສະໂມສອນຫ້ອງວ່າການແຂວງ ໃຫ້ຮູ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີ 2021 ນີ້ ຖືວ່າເປັນຄັ້ງທີ 15 ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ຕາມຮີດຄອງທີ່ເຄີຍປະຕິບັດມາ; ແຕ່ປີນີ້ ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າທີວ່າຈະຜ່ອນຄາຍລົງ ໂດຍສະເພາະແມ່ນບັນດາປະເທດໃກ້ຄຽງ, ຕໍ່ກັບບັນຫາດັ່ງກ່າວ ແຂວງໄຊຍະບູລີ ຈຶ່ງຈຳເປັນຕ້ອງໄດ້ກໍານົດຈັດງານມະຫະກຳບຸນຊ້າງປະຈໍາປີ 2021 ນີ້ພຽງ 1 ວັນ, ຈະບໍ່ໄດ້ຈັດງານໃຫຍ່ ແລະ ຈະຈໍາກັດຜູ້ເຂົ້າຮ່ວມພາຍໃນພຽງແຕ່ 200-300 ຄົນເທົ່ານັ້ນ, ຈະບໍ່ມີຕະຫຼາດນັດວາງສະແດງສິນຄ້າ ແລະ ການບັນເທີງຕ່າງໆ,

Image may contain: sky, outdoor and nature

ສະນັ້ນ, ຄະນະຮັບຜິດຊອບຈັດງານມະຫະກໍາບຸນຊ້າງ ຈຶ່ງໄດ້ຕົກລົງກໍານົດເອົາແຕ່ກິດຈະກໍາທີ່ສຳຄັນ ແລະ ຈໍາເປັນເຊັ່ນ: ກ່ອນມື້ຈັດງານມະຫະກໍາບຸນຊ້າງກົງກັບ ວັນທີ 12 ກຸມພາ 2021 ຕອນແລງແມ່ນຈະໄດ້ເຮັດພິທີກໍາຄອບເລົ່າສິ່ງສັກສິດເຈົ້າຫຼັກບ້ານຫຼັກເມືອງ, ໃນວັນທີ 13 ກຸມພາ 2021 ເປັນມື້ຈັດງານມະຫະກໍາບຸນຊ້າງ ພວກເຮົາຈະໄດ້ເຮັດພິທີຕັກບາດເພ່ືອອຸທິດສ່ວນບຸນກຸສົນໃຫ້ຊ້າງ, ແຫ່ຂະບວນຊ້າງ, ບາສີສູ່ຂວັນຊ້າງ, ຈັດອາຫານບຸບເຟ້ໃຫ້ຊ້າງກິນ ເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ, ສໍາລັບຊ້າງ ທີ່ຈະເຂົ້າຮ່ວມງານບຸນແມ່ນໄດ້ກໍານົດເອົາຊ້າງ ຈໍານວນ 16-18 ໂຕ ທີ່ລ້ຽງຢູ່ພາຍໃນເມືອງໄຊຍະບູລີ.

Image may contain: one or more people, sky and outdoor

ທ່ານ ເພັດພິໄຊ ສູນວິໄລ ຍັງໄດ້ແຈ້ງມາຍັງບັນດາທ່ານແຂກທີ່ມີກຽດ ທ່ານຍິງ-ທ່ານຊາຍ ແລະ ນັກທ່ອງທ່ຽວຊາບຕື່ມອີກວ່າ: ບຸນຊ້າງຢູ່ແຂວງໄຊຍະບູລີຂອງພວກເຮົາປີນີ້ ແມ່ນຈະໄດ້ຈັດຕາມຮີດຄອງປະເພນີ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ, ແຕ່ຫຼຸດລະດັບລົງ ຄືດັ່ງໄດ້ກ່າວມານັ້ນ ແລະ ຫວັງວ່າໃນຄັ້ງຕໍ່ໄປງານມະຫະກໍາບຸນຊ້າງນີ້ ຈະກັບມາຄຶກຄື້ນອີກຄັ້ງ ພາຍຫຼັງເຊື້ອພະຍາດໂຄວິດ-19 ໄດ້ຫາຍໝົດໄປຈາກໂລກມະນຸດ ຂອງພວກເຮົາ.

Image may contain: 2 people, sky and outdoor

.

Image may contain: people dancing, sky and outdoor

.

Image may contain: sky and outdoor

.

Image may contain: 4 people, people dancing, people on stage, people standing, sky, hat and outdoor

.

Image may contain: 3 people, sky and outdoor

.

Image may contain: 1 person, on stage, sky and outdoor

.

Image may contain: 1 person, sky and outdoor

.

Image may contain: 1 person, sky and outdoor

.

Image may contain: sky and outdoor

.

Image may contain: 1 person, on stage, sky and outdoor

.

Image may contain: one or more people, people standing, people playing sports, people on stage, sky, hat, shoes and outdoor

.

Image may contain: 3 people, people standing, people walking, people on stage, hat, shoes and outdoor

.

Image may contain: 2 people, people dancing, people on stage, sky and outdoor

.

Image may contain: 1 person, sky and outdoor

.

Image may contain: 2 people, people dancing, people on stage, sky and outdoor

ຂ່າວ: ອຸ່ນເຮືອນ ໂພທິລັກ

ພາບໂດຍ: Khaen Khonesavanh Chanthalangsy

Leave a Reply

Your email address will not be published. Required fields are marked *