ສະຫວັນນະເຂດ: ລາຍງານຈາກ ກູ້ໄພແຂວງສະຫວັນນະເຂດ ໃຫ້ຮູ້ ໃນເວລາປະມານ 10:50 ວັນທີ 17 ມັງກອນ 2021 ໄດ້ຮັບແຈ້ງ ເຫດພົບຜູ່ເສຍຊີວິດໃນປ່າ ຍັງບໍ່ຮູ້ສາເຫດ ເຂດ ບ້ານ ສອນໄຊ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ.

ຜູ່ເສຍຊິວິດແມ່ນເພດຊາຍ, ຄົນບ້ານສອນໄຊ. ສະພາບສົບແມ່ນນອນຂວໍ້າໜ້າ. ຈຸດເສຍຊີວິດແມ່ນໃກ້ກັບຕົ້ນໄມ້ໃຫຍ່.

ທາງກູ້ໄພໄດ້ປະສານຫາເຈົ້າໜ້າທີ່ເພື່ອກວດສອບຫາສາເຫດ, ແລະ ຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້

ຄລິບລາຍງານສົດ