ມວນຊົນນະຄອນຫຼວງພຽງຢາງ ສາທາລະນະລັດປະຊາຊົນປະຊາທິປະໄຕເກົາຫຼີ ຮ່ວມຊົມການສະແດງກຳລັງການທະຫານ, ສະຫຼອງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກແຮງງານເກົາຫຼີ.

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກແຮງງານເກົາຫລີ:

ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງມາຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະ ໂດຍຜ່ານກອງປະຊຸມໃຫຍ່ໄປຍັງສະມາຊິກພັກແຮງງານເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກແຮງງານເກົາຫລີ ແມ່ນເຫດການການ ເມືອງທີ່ມີຄວາມໝາຍທາງປະຫວັດສາດໃນການເຄື່ອນໄຫວຂອງພັກແຮງງານເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ຊຶ່ງກອງປະຊຸມຈະໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ແລະ ກໍານົດແນວທາງຂອງພັກໃນຕໍ່ໜ້າ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງຕາມແນວຄິດຈຸເຊ, ແນວທາງຊົງກຸນ ແລະ ບັນລຸຜົນສຳເລັດໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ດ້ວຍທິດຊີ້ນໍາອັນຖືກຕ້ອງ ແລະ ເດັດດ່ຽວໜຽວແໜ້ນຂອງພັກແຮງງານເກົາຫລີ ທີ່ມີປະທານ ກິມອິນຊຸງ ແລະ ປະທານ ກິມເຈິງອິນ ເປັນຜູ້ນຳທີ່ຍິ່ງໃຫຍ່ໃນເມື່ອກ່ອນ ແລະ ສະຫາຍ ກິມເຈິງອຸນ ທີ່ເປັນຜູ້ສືບທອດພາລະກິດອັນຍິ່ງໃຫຍ່ໃນປັດຈຸບັນນັ້ນ, ພັກ, ລັດ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ຈະສາມາດຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກແຮງງານເກົາຫລີ ຢ່າງມີຜົນສໍາເລັດອັນຈົບງາມ ແລະ ນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ທຸກຖ້ວນໜ້າ.

ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນ ສຳເລັດອັນໃຫຍ່ຫລວງທີ່ພັກແຮງງານເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ຍາດມາໄດ້ຕະ ຫລອດໄລຍະຜ່ານມາ ແລະ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກແຮງງານເກົາຫລີ ຈົ່ງປະສົບຜົນສໍາເລັດຢ່າງສະຫງ່າງາມ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫລີ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍ່ຄືເພື່ອພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ
(ສຳນັກຂ່າວສານແຫ່ງ ປະເທດລາວ).
