ຫນ່ວຍກູ້ໄພອາສາເພື່ອປະຊາຊົນແຈ້ງ ເຫດລົດໃຫຍ່ຕຳຄົນຍ່າງເສຍຊີວິດຄາທີ່ 1 ຄົນ ປະກາດຫາຍາດພີ່ນ້ອງ ບ້ານພ້າວ-ນາຊອນ. ໃນວັນທີ 17/1/2021 ເວລາ 1:10 ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີລົດໃຫຍ່ຕຳຄົນຍ່າງທີ່ ບ້ານພ້າວ-ນາຊອນ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ.

ທີມກູ້ໄພ ຈຶ່ງໄດ້ອອກກວດສອບເຫດພົບຜູ້ຝ່ເສຍຊີວິດເປັນເພດຊາຍ 1 ຄົນ ແມ່ນເສຍຊີວິດຄາທີ. ດັ່ງນັ້ນ, ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ປະສານຫາເຈົ້າຫນ້າທີ່ທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນ.
ໝາຍເຫດ: ຜູ່ຂັບລົດໃຫຍ່ແມ່ນມີຄວາມຮັບຜິດຊອບ, ພາຍຫຼັງເກີດອຸບັດຕິເຫດ, ຜູ່ກ່ຽວຮີບໂທກາກູ້ໄພ ເພື່ອຈະຊ່ວຍກອບກູ້ເອົາຊີວິດຜູ່ບາດເຈັບ, ແຕ່ກໍ່ບໍ່ສາມາດຊ່ວຍໄດ້.

ອຸປະຕິເຫດສຸກເສີນໂທ : 020 5432 3636 ສາຍດ່ວນ 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ ຜ້າຂາວຫໍ່ສົບ,ໂລງສົບໃສ່ຄົນອານາຖາ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ, ສາມາດເຂົ້າມາໄດ້ພົວພັນທີ່: ສູນປະຈຳການ ບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ
- ຕິດຕໍ່ສອບຖາມ: 02098483839
- ທີມກູ້ໄພອາສາເພື່ອປະຊາຊົນ