ສານໂຮ່ຈິມິນຕັດສິນລົງໂທດຈຳຄຸກ ອະດີດລັດຖະມົນຕີ ກະຊວງຄົມມະນາຄົມ ຄະດີຍັກຍອກ ສໍ້ໂກງ ຊັບສິນຂອງລັດ

ດິງລາທັງ ໄດ້ຮັບໂທດຈຳຄຸກເພີ່ມ 10 ປີ ອັນເນື່ອງມາຈາກຂໍ້ຜິດພາດທີ່ພົວພັນກັບການເກັບເງິນຄ່າທາງດ່ວນ ຈຸງເລືອງ ແລະ ລວມເປັນໂທດຈຳຄຸກທັງໝົດ 30 ປີ.ວັນທີ 22 ເດືອນທັນວາ 2020 ສານປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຕັດສິນລົງໂທດ ອະດີດລັດຖະມົນຕີກະຊວງຄົມມະນາຄົມ ແລະ ການຂົນສົ່ງ ໃນຂໍ້ຫາ ລ່ວງລະເມີດການຄຸ້ມຄອງ, ນໍາໃຊ້ຊັບສິນຂອງລັດ ສ້າງຄວາມເສຍຫາຍໃຫ້ປະເທດຊາດ ຈຶ່ງສົມຄວນຮັບໂທດຈຳຄຸດທັງໝົດ 30 ປີ ພ້ອມກັບພັກພວກ ໃນກະຊວງ ຄົມມະນາຄົມ ແລະ ຂົນສົ່ງອີກ ອີກຫຼາຍຄົນ

ໂດຍສະເພາະແມ່ນ ຮອງລັດຖະມົນຕີ ຫງວຽນຮົງເຈືອງ ໄດ້ພ້ອມກັນ ຍັກຍອກ, ສໍ້ໂກງ ເອົາຊັບສິນຂອງລັດ, ສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດຫຼາຍກວ່າ 725 ຕື້ດົງ ໃນການເກັບເງິນຄ່າທາງດ່ວນ ຈຸງເລືອງ. ເດືອນ ກຸມພາ 2012 , ໃນນາມຕຳແໜ່ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄດ້ສະເໜີ ດິງຫງອກເຫວະ ຮອງຫົວໜ້າບໍລິສັດ ທາຍເຊີນ ຂອງກະຊວງປ້ອງກັນປະເທດ ກັບ ເຢືອງຕ້ວນມິງ ຫົວໜ້າກູ່ມບໍລິສັດ ກຶວລອງ ຊຶ່ງເປັນບໍລິສັດຮັບຜິດຊອບທາງດ່ວນ ຈຸງເລືອງ ໃຫ້ເຂົ້າຮ່ວມປະມູນ ໄດ້ເປັນຜູ້ຊະນະການປະມູນ ເກັບເງິນຄ່າທາງດ່ວນ ຈຸງເລືອງ, ໂດຍແມ່ນບໍລິສັດ ອຽນແຄັ້ງ ຂອງຕົນເອງ ທີ່ບໍ່ມີຄວາມສາມາດທາງດ້ານການເງິນ ທີ່ກຳລັງດຳເນີນທຸລະກິດບໍ່ມີກຳໄລ, ບໍ່ມີເງື່ອນໄຂຄົບຖ້ວນເພື່ອແຂ່ງຂັນການປະມູນ ເຫວະ ພຽງແຕ່ເປັນວິຊາການທຳມະດາ ໄດ້ປະກອບເອກະສານປອມ ເພື່ອເຂົ້າແຂ່ງຂັນ.

ໃນຈຳນວນຜູ້ທີ່ຖືກຕ້ອງຫາໃນກະຊວງຄົມມະນາຄົມ ແລະຂົນສົ່ງນັ້ນ ມີອະດີດ ຮອງລັດຖະມົນຕີ ຫງວຽນຮົ່ງເຈື່ອງ ແລະ ບໍລິສັດ ກຶວລ໊ອງ ໃນເມື່ອໄດ້ຮັບມອບໝາຍໜ້າທີ່ແລ້ວ ບໍ່ມີການກວດກາຄວາມອາດສາມາດຂອງບໍລິສັດ ອຽນແຄັ້ງ ກໍເລີຍເຫັນດີໃຫ້ບໍລິສັດດັ່ງກ່າວເຂົ້າຮ່ວມປະມູນ ແລະ ຊະນະການປະມູນໃນການເກັບຄ່າທາງດ່ວນ ຈຸງເລືອງ ໃນມຸນຄ່າ 2.004 ຕື້ດົງ.

ໃນຂະນະທີ່ເກັບເງິນຄ່າທາງດ່ວນນັ້ນ, ເຫວະ ພ້ອມພັກພວກ ໄດ້ໃຊ້ຊອບແວຄອມພິວເຕີ ປິດບັງລາຍຮັບ ເອົາຊັບສິນຂອງລັດ ແລະ ສ້າງຄວາມເສຍຫາຍ 725 ຕື້ດົງ.ສານຢືນຢັນວ່າ: ນີ້ແມ່ນກົນອຸບາຍທີ່ເລີກແລບແນບນຽນ ເພື່ອຫຼອກລວງ ການຈັດຕັ້ງທີ່ກ່ຽວຂ້ອງ. ເຫວະ ໄດ້ສັ່ງໃຫ້ພະນັກງານເກັບເງິນໃຊ້ ຊອບແວ ຂອງບໍລິສັດ ຊວັນຟີ ເພື່ອສໍ້ໂກງເອົາຊັບສິນຂອງລັດ.ສານໄດ້ຕັດສິນລົງໂທດ ເຫວະ ຈຳຄຸກຕະຫຼອດຊີວິດ ດ້ວຍຂໍ້ຫາ ຫຼອກລວງສໍ້ໂກງ ເອົາຊັບສິນຂອງລັດ, ໃນນັ້ນ 13 ປີແມ່ນໂທດສວຍໃຊ້ໜ້າທີ່, ຕຳແໜ່ງ ຕໍ່ກັບຄົນອື່ນ ເພື່ອຫວັງຜົນກຳໄລ ແລະ ຍັງຖືກປັບໃໝ 725 ຕື້ດົງ ແລະ 3,4 ຕື້ດົງ ຊື້ຄະລືຫາດຂອງບໍລີສັດ Licogi 13.

ຫງວຽນຮົງເຈືອງ ຮອງລັດຖະມົນຕີ ຖືກຕັດສິນຈຳຄຸກ 4 ປີ 6 ເດືອນ.ຕໍ່ກັບຜູ້ຕ້ອງຫາທີ່ເປັນພະນັກງານຂັ້ນລຸ່ມຂອງ ເຫວະ, ສານໄດ້ຕັດສິນຈຳຄຸກ ປ່ອຍພາງ ແຕ່ 2 ປີ ຫາ 10 ປີ. ໃນນັ້ນ ຮວາງໂຕແຮງເວິນ(ພະນັກງານຂອງບໍລິສັດ ຊອບແວ ຊວັນຟີ) ແລະ ຕ້າດຶກມິງ(ຄັງເງິນຂອງບໍລິສັດ ອຽນແຄັ້ງ) ຖືກປ່ອຍຕົວພາຍຫຼັງ ຮັບຄຳສາລະພາບໃນໄລຍະກັກຕົວ.

Leave a Reply

Your email address will not be published. Required fields are marked *