ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໄດ້ດໍາເນີນມາເປັນເວລາ 3 ວັນເຕັມ ດ້ວຍຄວາມຮັບຜິດຊອບສູງ, ມາຮອດເວລານີ້ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດ ໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ ໄດ້ມີຄວາມເປັນເອກະພາບຢ່າງສົມ ບູນ ຕໍ່ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເປັນຕົ້ນແມ່ນທັດສະນະການຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ປະເມີນຢ່າງກວມລວມ ການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມໃນຊຸມປີທີ່ຜ່ານມາ ກໍຄືບັນດາຂໍ້ສະຫລຸບ ແລະ ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາຕົວຈິງ, ພ້ອມກັນນັ້ນ ກໍໄດ້ໃຫ້ທິດຊີ້ນໍາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ອັນນີ້ ເປັນການຢັ້ງຢືນຢ່າງໜັກແໜ້ນວ່າພັກເຮົາຍາມໃດກໍຢຶດໝັ້ນໃນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິ ຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກໍາແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍຄືຄວາມມຸ່ງມາດປາດ ຖະໜາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ມີຄວາມສະດຸ້ງໄວຕໍ່ບັນຫາໃໝ່ ທີ່ເກີດຂຶ້ນ ແລະ ເສີມຂະຫຍາຍຄວາມປະດິດສ້າງໃນການກໍານົດແນວທາງ,ແຜນນະໂຍບາຍຂອງພັກ. ແນວທາງ,ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ແມ່ນການສືບທອດ ເພີ່ມເຕີມເສີມຂະຫຍາຍ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກເຮົາໃຫ້ເປັນລະບົບ ແລະ ບໍລິບູນຂຶ້ນເລື້ອຍໆ ແນໃສ່ສືບຕໍ່ສ້າງ ແລະ ບູລະນະລະ ບອບ ປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ ສ້າງການຫັນປ່ຽນຮອບດ້ານແຂງແຮງ ແລະ ເລິກເຊິ່ງ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ເປັນເອກະພາບໃນລະດັບສູງ ຮັບຮອງເອົາກົດລະບຽບສະບັບປັບປຸງຂອງພັກ.ກົດລະບຽບສະບັບປັບປຸງໃໝ່ນີ້ ເປັນທໍາມະນູນຂອງພັກ ແລະ ແມ່ນແນວທາງການຈັດຕັ້ງຂອງພັກເຮົາ ທີ່ໄດ້ຮັບການບູລະນະໃຫ້ສອດຄ່ອງກັບແນວທາງການເມືອງຂອງພັກເຮົາທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ແນໃສ່ຮັບປະກັນໃຫ້ແກ່ການສ້າງພັກເຮົາໃຫ້ມີຄວາມ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໃນກອງປະຊຸມໃຫຍ່ຄັ້ງນີ້ ພວກເຮົາໄດ້ຮັບຟັງການລາຍງານກ່ຽວກັບການສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ Xໃນຖານະທີ່ເປັນອົງການນໍາສູງສຸດ ໃນລະຫວ່າງສອງກອງປະຊຸມໃຫຍ່ຂອງພັກ ເຊິ່ງໄດ້ເສີມຂະຫຍາຍມູນເຊື້ອສາມັກຄີເປັນເອກະ ພາບພາຍໃນຢ່າງໜັກແໜ້ນ, ເຊີດຊູຄວາມຮັບຜິດຊອບທາງການເມືອງ ຕໍ່ພາລະກິດປະຕິວັດ ແລະ ຊະຕາກໍາຂອງປະເທດຊາດ ເຮັດໃຫ້ຄວາມສາມາດນໍາພາ ແລະ ລັກສະ ນະເປັນແບບຢ່າງນຳໜ້າຂອງພັກເຮົາໄດ້ຮັບການຍົກສູງຂຶ້ນຕື່ມ. ເຖິງວ່າສະພາບການສາກົນໄດ້ມີການຜັນແປໄປຢ່າງສະຫລັບສັບຊ້ອນ ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດກໍມີສະພາບຄວາມຫຍຸ້ງຍາກຫລາຍປະການກໍຕາມ ແຕ່ຄະນະບໍລິຫານງານສູນກາງພັກສະໄໝທີ Xທີ່ມີສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ນັ້ນ ກໍໄດ້ມີຄວາມຕັດສິນໃຈສູງ ນຳພາທົ່ວພັກ, ທົ່ວລັດ ແລະ ປວງຊົນຜ່ານຜ່າຄວາມຫຍຸ້ງຍາກເຫລົ່ານັ້ນ ເຮັດໃຫ້ປະເທດ ຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນໃນການນໍາພາ ພາລະກິດປະຕິວັດຂອງປະເທດເຮົາ ໄປຕາມທິດທາງ ຈຸດໝາຍທີ່ພັກເຮົາວາງໄວ້ແລະ ສາມາດບັນລຸຜົນສໍາເລັດທີ່ສໍາຄັນຫລາຍດ້ານ.
ກອງປະຊຸມໃຫຍ່ ໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍ ລິຫານງານສູນກາງພັກຊຸດໃໝ່ຖືກຕ້ອງຕາມກົດລະບຽບຂອງພັກ,ຮັບປະກັນໃຫ້ມີໂຄງປະກອບບຸກຄະລາກອນທີ່ເໝາະສົມ, ບັນລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກົມການເມືອງສູນກາງພັກ ໄດ້ກໍານົດໄວ້. ບັນດາສະຫາຍທີ່ຖືກເລືອກຕັ້ງເຂົ້າໃນສູນກາງສະໄໝທີ XIນີ້ ສ່ວນຫລາຍມີອາຍຸກະສຽນໜຸ່ມ, ລ້ວນແຕ່ໄດ້ຜ່ານການຝຶກຝົນຫລໍ່ ຫລອມ ແລະ ທົດສອບຜ່ານຂະບວນການຕົວຈິງໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເປັນຜູ້ມີມານະຈິດປະຕິວັດບຸກ, ມີຄວາມໜັກ ແໜ້ນທາງດ້ານການເມືອງ, ມີປະສົບການໃນການນໍາພາ-ຊີ້ນໍາວຽກງານດ້ານຕ່າງໆ;ສະຫາຍເຫລົ່ານັ້ນ ລ້ວນແຕ່ແມ່ນຜູ້ທີ່ດີເດັ່ນ, ຫ້າວຫັນໃນຂະບວນການ,ໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກສະມາຊິກພັກ ແລະ ມະຫາຊົນ. ອັນນີ້ ແມ່ນປັດໄຈສໍາຄັນກວ່າໝູ່ ຮັບປະກັນຄວາມເຂັ້ມແຂງ ແລະ ການຍົກຄວາມສາມາດນໍາພາຂອງພັກເຮົາ ຂຶ້ນໄປສູ່ລະດັບໃໝ່ທີ່ມີລັກສະນະຕັດສິນຊີ້ຂາດຜົນສຳເລັດຕົວຈິງໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກ.
ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ຮັບຜົນສໍາເລັດຢ່າງສະ ຫງ່າງາມ, ອັນໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມສາມັກຄີເປັນເອກະພາບສູງ ແລະ ຄວາມຮັບຜິດຊອບຢ່າງເຕັມປ່ຽມຂອງພັກເຮົາໃນການຕົກລົງບັນຫາໃຫຍ່ທີ່ສໍາຄັນ ແລະ ເປັນພື້ນຖານຂອງພັກ, ຂອງການປະຕິວັດ ແລະ ຂອງປະເທດຊາດ. ທຸກບັນຫາທີ່ຍົກຂຶ້ນໃນກອງປະຊຸມໃຫຍ່ ລ້ວນແຕ່ໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ ແລະ ໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນ. ພວກເຮົາມີຄວາມພາກພູມໃຈທີ່ເຫັນວ່າ ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຢືນຢັນຢ່າງໜັກແໜ້ນ ໃນການສືບຕໍ່ຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກເຮົາ ແນໃສ່ສ້າງພື້ນຖານ ແລະ ທ່ວງທ່າໃໝ່ອັນໜັກແໜ້ນໃຫ້ແກ່ການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາ ຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ຜົນສໍາເລັດຂອງກອງປະຊຸມໃຫຍ່ ໄດ້ຢືນຢັນເຖິງມານະ ຈິດປະຕິວັດອັນແນ່ວແນ່ ແລະ ທັດສະນະຫລັກໝັ້ນຊົນຊັ້ນກໍາມະກອນຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ທີ່ຍາມໃດກໍຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊາດ ແລະ ຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ ກໍສ່ອງແສງໃຫ້ເຫັນເຖິງຄວາມບຸກບືນສູ້ຊົນດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບ ຜິດຊອບສູງ ຂອງຜູ້ແທນກອງປະຊຸມໃຫຍ່ທຸກສະຫາຍ ກໍຄືທຸກພາກສ່ວນ ທີ່ໄດ້ຕັ້ງໜ້າກະກຽມ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ຂອງພັກເຮົາສາມາດດໍາເນີນໄປດ້ວຍດີ ແລະ ມີຜົນສໍາເລັດຕາມຄາດໝາຍ.
ພວກເຮົາປິິຕິຊົມຊື່ນ ແລະ ຂໍສະແດງຄວາມຂອບອົກຂອບ ໃຈ ຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກພັກ, ນັກປະຕິ ວັດອາວຸໂສ, ທະຫານ, ຕຳຫລວດ, ສື່ມວນຊົນ, ລັດຖະກອນ, ຕົວແທນຂອງປະຊາຊົນລາວບັນດາເຜົ່າ ແລະ ບັນ ດາຊັ້ນຄົນ, ພາກທຸລະກິດ ນັບທັງລັດ ແລະ ເອກະຊົນພາຍໃນ ກໍຄື ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມວຽກຮອບດ້ານໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້ນໍາເອົາການສະໜັບສະໜູນອູ້ມຊູທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ກອງປະຊຸມໃຫຍ່ຂອງພວກເຮົາ.
ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງບັນດາພັກອ້າຍນ້ອງ ແລະ ພັກການເມືອງຕ່າງໆທີ່ໄດ້ສົ່ງສານອວຍພອນສະແດງຄວາມຂໍ່ານັບຊົມເຊີຍ ແລະ ໃຫ້ການສະໜັບ ສະໜູນຕໍ່ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ດ້ວຍ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ. ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນທາດການເມືອງ,ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ມີຜົນສໍາເລັດຕົວຈິງ.
ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງປະດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງເພື່ອເລັ່ງໃສ່ການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ພວກເຮົາຕ້ອງພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ພັກ ແລະ ລັດເຮົາວາງໄວ້.
ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍແນວທາງ, ແຜນນະໂຍບາຍອັນຖືກຕ້ອງທີ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ວາງອອກ, ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ແລະ ຂອງຊາດຕິດພັນກັບການເຊີດຊູຈິດໃຈຊາດ ເປັນເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງທົ່ວປວງຊົນລາວທັງຊາດ;ດ້ວຍການສະໜັບສະໜູນຮ່ວມມືຂອງປະເທດອ້າຍນ້ອງເພື່ອນມິດ, ປະເທດຕ່າງໆໃນອາຊຽນ ແລະ ໃນໂລກ ກໍຄືບັນດາອົງການຈັດຕັ້ງສາກົນ, ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ເຖິງຈະຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆນາໆກໍຕາມ, ແຕ່ມີຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ພວກເຮົາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກເຫລົ່ານັ້ນໄດ້ ແລະ ຍາດໄດ້ຜົນສໍາເລັດໃຫຍ່ຫລວງກວ່າເກົ່າໃນການນໍາເອົາປະເທດຊາດຂອງພວກເຮົາກ້າວຂຶ້ນສູ່ຈຸດໝາຍສັງຄົມນິ ຍົມ ຢ່າງແນ່ນອນ.
ໃນບັນຍາກາດທີ່ປ່ຽມລົ້ນໄປດ້ວຍນໍ້າໃຈປະຕິວັດບຸກຢ່າງບໍ່ຢຸດຢັ້ງ ແລະ ມີຄວາມໝາຍປະຫວັດສາດນີ້ ໃນນາມຄະນະປະທານ, ຂ້າພະເຈົ້າ ຂໍປະກາດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.