ໃນວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ສະຫາຍ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍໄດ້ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ຄະນະບໍລິຫານງານສູນກາງພັກສະໄໝທີ XI ປະກອບມີ ກຳມະການສົມບູນສູນກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 10 ສະຫາຍ, ຍິງ 02 ສະຫາຍ. ເຊິ່ງປະກອບມີລາຍຊື່ດັ່ງນີ້:

  • 1. ສະຫາຍ ປອ ທອງລຸນ ສີສຸລິດ
  • 2. ສະຫາຍ ປອ ພັນຄຳ ວິພາວັນ
  • 3. ສະຫາຍ ນາງ ປານີ ຢາທໍ່ຕູ້
  • 4. ສະຫາຍ ປອ ບຸນທອງ ຈິດມະນີ
  • 5. ສະຫາຍ ປອ ໄຊສົມພອນ ພົມວິຫານ
  • 6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
  • 7. ສະຫາຍ ປອ ຄຳພັນ ພົມມະທັດ
  • 8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
  • 9. ສະຫາຍ ສອນໄຊ ສີພັນດອນ
  • 10. ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ
  • 11. ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ
  • 12. ສະຫາຍ ນາງ ສີໃສ ລືເດດມູນສອນ
  • 13. ສະຫາຍ ສະເຫລີມໄຊ ກົມມະສິດ
  • 14. ສະຫາຍ ປອ ຄຳພັນ ເຜີຍຍະວົງ
  • 15. ສະຫາຍ ປອ ອານຸພາບ ຕຸນາລົມ
  • 16. ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ
  • 17. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ
  • 18. ສະຫາຍ ປອ ນາງ ວຽງທອງ ສີພັນດອນ
  • 19. ສະຫາຍ ສຈ ປອ ຈະເລີນ ເຢຍປາວເຮີ
  • 20. ສະຫາຍ ຄຳໃບ ດຳລັດ
  • 21. ສະຫາຍ ສົມມາດ ພົນເສນາ
  • 22. ສະຫາຍ ປອ ຄຳແພງ ໄຊສົມແພງ
  • 23. ສະຫາຍ ພົນໂທ ສຸວອນ ເລືອງບຸນມີ
  • 24. ສະຫາຍ ຄຳເຈນ ວົງໂພສີ
  • 25. ສະຫາຍ ຄຳພັນ ສິດທິດຳພາ
  • 26. ສະຫາຍ ຄຳເຜີຍ ບຸດດາວຽງ
  • 27. ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ
  • 28. ສະຫາຍ ປອ ກອງແກ້ວ ໄຊສົງຄາມ
  • 29. ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ
  • 30. ສະຫາຍ ຄຳຂັນ ຈັນທະວີສຸກ
  • 31. ສະຫາຍ ນາງ ເຂັມມະນີ ພົນເສນາ
  • 32. ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ
  • 33. ສະຫາຍ ປອ ສອນທະນູ ທຳມະວົງ
  • 34. ສະຫາຍ ປອ ວິໄລວົງ ບຸດດາຄຳ
  • 35. ສະຫາຍ ປອ ເພັດ ພົມພິພັກ
  • 36. ສະຫາຍ ພົງສະຫວັນ ສິດທະວົງ
  • 37. ສະຫາຍ ວັນໄຊ ແພງຊຸມມາ
  • 38. ສະຫາຍ ສັນຕິພາບ ພົມວິຫານ
  • 39. ສະຫາຍ ນາງ ບຸນຄຳ ວໍລະຈິດ
  • 40. ສະຫາຍ ປອ ບົວຄົງ ນາມມະວົງ
  • 41. ສະຫາຍ ສອນໄຊ ສິດພະໄຊ
  • 42. ສະຫາຍ ນາງ ໃບຄຳ ຂັດທິຍະ
  • 43. ສະຫາຍ ອາລຸນໄຊ ສູນນະລາດ
  • 44. ສະຫາຍ ນາງ ສວນສະຫວັນ ວິຍະເກດ
  • 45. ສະຫາຍ ປອ ໂພໄຊ ໄຊຍະສອນ
  • 46. ສະຫາຍ ລາວປາວຊົ່ງ ນະວົງໄຊ
  • 47. ສະຫາຍ ເລັດ ໄຊຍະພອນ
  • 48. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ
  • 49. ສະຫາຍ ບຸນໂຈມ ອຸບົນປະເສີດ
  • 50. ສະຫາຍ ຄຳຜອຍ ວັນນະສານ
  • 51. ສະຫາຍ ເຫລັກໄຫລ ສີວິໄລ
  • 52. ສະຫາຍ ວຽງສະຫວັດ ສີພັນດອນ
  • 53. ສະຫາຍ ຄຳໄຫລ ສີປະເສີດ
  • 54. ສະຫາຍ ຮສ ປອ ພຸດ ສີມມາລາວົງ
  • 55. ສະຫາຍ ວັນໄຊ ພອງສະຫວັນ
  • 56. ສະຫາຍ ດຣ ບຸນແຝງ ພູມມະໄລສິດ
  • 57. ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ
  • 58. ສະຫາຍ ໄພວີ ສີບົວລິພາ
  • 59. ສະຫາຍ ຮສ ພູວົງ ອຸ່ນຄຳແສນ
  • 60. ສະຫາຍ ປອ ທອງຈັນ ມະນີໄຊ
  • 61. ສະຫາຍ ບຸນຈັນ ສີວົງພັນ
  • 62. ສະຫາຍ ທອງສະຫວັນ ພົມວິຫານ
  • 63. ສະຫາຍ ໄຊຊະນະ ໂຄດພູທອນ
  • 64. ສະຫາຍ ອາດສະພັງທອງ ສີພັນດອນ
  • 65. ສະຫາຍ ປອ ລີເບີ ລີບົວປາວ
  • 66. ສະຫາຍ ນາງ ບຸດສະດີ ທະນະເມືອງ
  • 67. ສະຫາຍ ພົນຕີ ກົງທອງ ພົງວິຈິດ
  • 68. ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ
  • 69. ສະຫາຍ ນາງ ປິງຄຳ ລາຊະສິມມາ
  • 70. ສະຫາຍ ພົນຕີ ວັນທອງ ກອງມະນີ
  • 71. ສະຫາຍ ປອ ດາວວົງ ພອນແກ້ວ

ສ່ວນກຳມະການສຳຮອງສູນກາງພັກ ປະກອບມີ 10 ສະຫາຍ, ຍິງ 02 ສະຫາຍ ຄື:

  • 1. ສະຫາຍ ມະໄລທອງ ກົມມະສິດ
  • 2. ສະຫາຍ ບຸນຄົງ ຫລ້າຈຽມພອນ
  • 3. ສະຫາຍ ວັນສີ ກົວມົວ
  • 4. ສະຫາຍ ວິໄລວັນ ບຸດດາຄຳ
  • 5. ສະຫາຍ ຮສ ປອ ລິນຄຳ ດວງສະຫວັນ
  • 6. ສະຫາຍ ວຽງທະວີສອນ ເທບພະຈັນ
  • 7. ສະຫາຍ ມອນໄຊ ລາວມົວຊົ່ງ
  • 8. ສະຫາຍ ບຸນຕາ ເທບພະວົງ
  • 9. ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ
  • 10. ສະຫາຍ ພັນເອກ ນາງ ລີວົງ ລາວລີ

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເລືອກຕັ້ງ ກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ຄື:

  • 1. ສະຫາຍ ປອ ທອງລຸນ ສີສຸລິດ
  • 2. ສະຫາຍ ປອ ພັນຄຳ ວິພາວັນ
  • 3. ສະຫາຍ ນາງ ປານີ ຢາທໍ່ຕູ້
  • 4. ສະຫາຍ ປອ ບຸນທອງ ຈິດມະນີ
  • 5. ສະຫາຍ ປອ ໄຊສົມພອນ ພົມວິຫານ
  • 6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
  • 7. ສະຫາຍ ປອ ຄຳພັນ ພົມມະທັດ
  • 8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
  • 9. ສະຫາຍ ສອນໄຊ ສີພັນດອນ
  • 10. ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ
  • 11 ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ
  • 12. ສະຫາຍ ນາງ ສີໃສ ລືເດດມູນສອນ
  • 13 ສະຫາຍ ສະເຫຼີມໄຊ ກົມມະສິດ

ເລືອກເອົາ ຄະນະເລຂາທິການສູນກາງພັກ 09 ສະຫາຍ ຄື:

  • 1. ສະຫາຍ ປອ ທອງລຸນ ສີສຸລິດ
  • 2. ສະຫາຍ ປອ ບຸນທອງ ຈິດມະນີ
  • 3. ສະຫາຍ ປອ ຄຳພັນ ພົມມະທັດ
  • 4. ສະຫາຍ ນາງ ສີໃສ ລືເດດມູນສອນ
  • 5. ສະຫາຍ ປອ ຄຳພັນ ເຜີຍຍະວົງ
  • 6. ສະຫາຍ ປອ ອານຸພາບ ຕຸນາລົມ
  • 7. ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ
  • 8. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ
  • 9. ສະຫາຍ ປອ ນາງ ວຽງທອງ ສີພັນດອນ

ກອງປະຊຸມໄດ້ເລືອກຕັ້ງເອົາ ສະຫາຍ ປອ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເລືອກເອົາ ສະຫາຍ ປອ ຄຳພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 06 ສະຫາຍ ຄື:

  • 1. ສະຫາຍ ວິໄລວັນ ບຸດດາຄຳ
  • 2. ສະຫາຍ ສີໄນ ມຽງລາວັນ
  • 3. ສະຫາຍ ສຸກຄຳເພັດ ເຮືອງບຸດສີ
  • 4. ສະຫາຍ ດາວບົວລະພາ ບາວົງເພັດ
  • 5. ສະຫາຍ ໄຊຄຳ ອຸ່ນມີໄຊ
  • 6. ສະຫາຍ ວັນໄຊ ຊົງຊາຢູ

ການເລືອກຕັ້ງເອົາການນຳສູງສຸດຂອງພັກເຮົາໃນເທື່ອນີ້ ໄດ້ດຳເນີນໄປຢ່າງມີປະຊາທິປະໄຕ,ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນລັກສະນະສືບທອດຕໍ່ເນື່ອງແຫ່ງການນຳພາອັນໜັກແໜ້ນຂອງພັກເຮົາ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກຜູ້ແທນ, ບັນດາສະຫາຍກຳມະການສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງນີ້ ຈະສຸມສະຕິປັນຍາ, ກຳລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອແບກຫາບພາລະໜ້າທີ່ອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໃຫຍ່ຄັ້ງນີ້ມອບໝາຍໃຫ້.

Leave a Reply

Your email address will not be published. Required fields are marked *