ໃນໄລຍະເພິ່ມທະວີ ແລະ ຢູ່ໃນສະພາວະຄົບຖ້ວນ ໃນການຈັດຕັ້ງປະຕິບັດແຜນປ້ອງກັນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ກຳລັງດຳເນີນຢູ່ນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ເມືອງສີສັດຕະນາກ ກໍໄດ້ສຸມໃສ່ວຽກປ້ອງກັນອອກກວດກາລາດຕະເວນຕາມຈຸດຫຼໍ່ແຫຼມ ບ່ອນມີຄວາມສ່ຽງເກີດອາຊະຍາກຳ. ໃນວັນທີ 14 ມັງກອນ 2021 ໄດ້ຈັດຕັ້ງອອກລາດຕະເວນຕາມພື້ນທີ່ຂອບເຂດເມືອງສີສັດຕະນາກ ຈຶ່ງໄດ້ພົບເຫັນເປົ້າໝາຍຈຳນວນ 2 ຄົນ, ກຳລັງມີການພົວພັນຊື້-ຂາຍຊັບຂອງພົນລະເມືອງປະເພດລົດຈັກ.

ຈາກນັ້ນ, ເຈົ້າໜ້າທີ່ເຮົາຈຶ່ງໄດ້ນຳເອົາຊາຍທັງສອງມາທຳການສອບສວນ ເບື້ອງຕົ້ນຮູ້ໄດ້ວ່າ: ເປົ້າໝາຍທັງສອງແມ່ນມີການເຄື່ອນໄຫວຊື້-ຂາຍ ຊັບຂອງພົນລະເມືອງປະເພດລົດຈັກ.

ປະຈຸບັນກໍາລັງເປີດກວ້າງ ການດໍາເນີນຄະດີ ແລະ ນໍາເອົາລົດຈັກມາໄວ້ໄປທໍາການກວດກາຊອກຫາເຈົ້າຂອງລົດ ພາຍຫຼັງສຳເລັດການສືບສວນ ຈະນຳມາສະເໜີໃຫ້ຮັບຮູ້ຕື່ມ.
