ກະຊວງພາຍໃນເລັ່ງແກ້ໄຂບັນຫາລັດຖະກອນເຫຼືອບໍ່ພໍ ໂດຍຝຶກອົບຮົມໃຫ້ພະນັກງານລັດຖະກອນຜູ້ໜຶ່ງສາມາດເຮັດໄດ້ຫຼາຍໜ້າວຽກ, ໃນຂະນະດຽວກັນການຮັບລັດຖະກອນໃໝ່ກໍຕ້ອງໄດ້ຜ່ານການສອບເສັງໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ຂະນະທີ່ການຄຸ້ມຄອງລັດຖະກອນດ້ວຍລະບົບທັນສະໄໝສຳເລັດແລ້ວ ຢູ່ຂັ້ນສູນກາງ 40 ພາກສ່ວນ ແລະ 16 ແຂວງ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານຊຸດທີ VIII ເປີດກວ້າງທ້າຍສະໄໝໃນວັນທີ 8 ມັງກອນຜ່ານມາໃຫ້ຮູ້ວ່າ: ກະຊວງພາຍໃນໄດ້ປະສານສົມທົບກັບບັນດາກະຊວງໃນສູນກາງ ແລະ ທ້ອງຖິ່ນເພື່ອຫັນການຄຸ້ມຄອງລັດຖະກອນດ້ວຍລະບົບທັນສະໄໝແມ່ນໄດ້ເລີ່ມມາແຕ່ປີ 2018 ເປັນຕົ້ນມາ ຊຶ່ງໄດ້ເລີ່ມອອກບັດລັດຖະກອນໃໝ່ທີ່ໃຊ້ໄດ້ 3 ຢ່າງໃນບັດດຽວຄື: 1. ໃຊ້ເປັນບັດລັດຖະກອນ. 2. ບັດປະກັນສັງຄົມ. 3. ບັດເອທີເອັມເງິນເດືອນລັດຖະກອນ, ພ້ອມທັງໃຊ້ໃນການເລື່ອນຊັ້ນ, ເລື່ອນຂັ້ນເງິນເດືອນ, ມາຮອດປັດຈຸບັນແມ່ນສຳເລັດຢູ່ສູນກາງ 40 ພາກສ່ວນ ແລະ ທ້ອງຖິ່ນຈຳນວນໜຶ່ງ.
ແນວໃດກໍຕາມ ການລົງຕິດຕາມກວດກາການນຳໃຊ້ບັດລັດຖະກອນໃໝ່ ແມ່ນຍັງບໍ່ສາມາດນຳໃຊ້ແທນ ໄດ້ຫຼາຍຢ່າງໃນບັດດຽວ ເປັນ ຕົ້ນແມ່ນລະບົບທະນາຄານການຄ້າຕ່າງປະເທດລາວຍັງສາມາດໃຊ້ເປັນບັດເອທີເອມໄດ້.
ສຳລັບການສ້າງຄວາມເຂັ້ມແຂງໃຫ້ລັດຖະກອນເຫຼືອບໍ່ພໍໃນນັ້ນ, ລັດຖະກອນທົ່ວປະເທດແມ່ນກວມເອົາ 2,8% ຂອງຈຳນວນພົນລະເມືອງທັງໝົດ, ສະນັ້ນການຕອບສະໜອງເງິນເດືອນໃຫ້ລັດຖະກອນພົບຄວາມຫຍຸ້ງຍາກ, ພ້ອມດຽວກັນນັ້ນລັດຖະບານໄດ້ໃຫ້ຫຼຸດໂຄຕ້າລັດຖະກອນລົງ ຊຶ່ງປີ 2020 ແມ່ນມີຈຳນວນ 2.000 ຄົນ, ປີ 2021 ນີ້ແມ່ນ 1.000 ກວ່າຄົນ, ເພາະສະນັ້ນຈຶ່ງບໍ່ສາມາດຍົກລະດັບເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ-ລັດຖະກອນໄດ້ຕາມກຳນົດ.
ກະຊວງພາຍໃນໄດ້ສະເໜີຕໍ່ລັດຖະບານເລື່ອງພະນັກງານເຫຼືອບໍ່ພໍ, ໃນນັ້ນເຫຼືອແມ່ນເຫຼືອພະນັກງານທີ່ບໍ່ມີຄວາມຮູ້-ຄວາມສາມາດທັງຢູ່ສູນກາງ ແລະ ທ້ອງຖິ່ນ, ບໍ່ພໍແມ່ນບໍ່ພໍພະນັກກງານທີ່ມີຄວາມຮູ້-ຄວາມສາມາດ, ສະນັ້ນລັດຖະບານຈຶ່ງໄດ້ປັບປຸງໃຫ້ພະນັກງານຜູ້ໜຶ່ງສາມາດເຮັດວຽກໄດ້ຫຼາຍໜ້າວຽກ ຊຶ່ງຕ້ອງໄດ້ຈັດຝຶກອົບຮົມໃຫ້ ພະນັກງານທີ່ບໍ່ມີຄວາມຮູ້ ຄວາມສາມາດໃນໜ້າວຽກຂອງ ຕົນໃຫ້ສາມາດປະຕິບັດວຽກ ງານໄດ້.
ທ່ານໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ກະຊວງພາຍໃນໄດ້ອອກກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ນິຕິກຳການສອບເສັງເຂົ້າລັດຖະກອນໃນນັ້ນແມ່ນເພື່ອກຳນົດຕຳແໜ່ງງານວ່າກະຊວງໃດບໍ່ພໍຕຳແໜ່ງງານໃດ ແລະ ຕ້ອງການຜູ້ທີ່ຮຽນຈົບສາຍໃດ, ໃນໄລຍະຜ່ານມາ ພວກເຮົາປະຕິເສດບໍ່ໄດ້ນັ້ນກໍຄືລູກເຈົ້າ, ຫຼານຂ້ອຍແບບເກື້ອກູນ, ສະນັ້ນໃນປີ 2021 ນີ້ຕ້ອງໄດ້ປະຕິບັດຕາມກົດໝາຍ ແລະ ນິຕິກຳທີ່ວາງອອກຢ່າງເຂັ້ມງວດທີ່ສຸດ. ທ່ານກ່າວອີກວ່າ: ຕໍ່ກໍ ລະນີທີ່ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ ຫຼື ສະຖາບັນການສຶກສາຕ່າງໆ ແລ້ວບໍ່ສາມາດບັນຈຸເຂົ້າລັດຖະກອນ ຫຼື ສອບເສັງເຂົ້າເປັນພະນັກງານບໍລິສັດເອກະຊົນໄດ້ກໍຍ້ອນວ່າປະເທດເຮົາພັດທະນາບຸກຄະລາກອນ ຫຼື ສົ່ງລູກຫຼານຮຽນຕາມຄ່ານິຍົມ ແຕ່ບໍ່ໄດ້ພັດທະນາຕາມຄວາມຕ້ອງການຂອງຕະຫຼາດແຮງງານ ຊຶ່ງໃນອະນາຄົດແມ່ນຕ້ອງໄດ້ຫັນໄປຄືແນວນັ້ນຢ່າງແນ່ນອນ ໂດຍຕ້ອງໄດ້ຊຸກຍູ້ໃຫ້ບັນດາລູກຫຼານຂອງພວກເຮົາໃຫ້ເຂົ້າຮຽນວິຊາຊີບ ຫຼື ອາຊີວະສຶກສາໃຫ້ຫຼາຍຂຶ້ນກວ່າເກົ່າ, ຜ່ານການຖອດຖອນບົດຮຽນຮ່ວມກັບ ສສ ຫວຽດນາມ ແລະ ສປ ຈີນ ກ່ຽວກັບບໍລິສັດເອກະຊົນ ຫຼື ຂະແໜງການໃດຂອງລັດທີ່ສາມາດກຸ້ມຕົນເອງໄດ້ແມ່ນໃຫ້ນຳເອົານັກສຶກສາຈົບໃໝ່ເຂົ້າເປັນພະນັກງານຂອງຕົນ, ທັງນີ້ກໍເພື່ອຫຼຸດຜ່ອນໂຄຕ້າລັດຖະກອນ.
(ຂ່າວ: ສຸກສາຄອນ ສິມມາລາວົງ)