ຂປລ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ສູນຂ່າວ ແມ່ນມີໜ້າທີ່ ແລະ ພາລະບົດບາດ ອຳນວຍຄວາມສະດວກ ແລະ ເບິ່ງແຍງຄວາມເປັນລະບຽບ ຮຽບຮ້ອຍໃຫ້ສື່ມວນຊົນ ທີ່ເຂົ້າຮ່ວມຮັບໃຊ້ໃນກອງປະຊຸມຄັ້ງດັ່ງກ່າວ, ສູນຂ່າວປະກອບມີ ທຸກພາກສ່ວນຄື: ໜັງສືພິມ, ໂທລະພາບ, ສື່ໂຄສະນາເອເລັກໂຕຣນິກ, ວິທະຍຸ ແລະ ວາລະສານຕ່າງໆ ທັງພາກລັດ ແລະ ເອກະຊົນ, ມີສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນສື່ ສສ ຫວຽດນາມ ແລະ ສປ ຈີນ ເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງຫົວໜ້າຮັບຜິດຊອບສູນຂ່າວ ຂອງໜ່ວຍງານໂຄສະນາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 14 ມັງກອນ 2021 ນີ້ວ່າ: ໃນຖານະຮັບຜິດຊອບສູນຂ່າວ ຖືວ່າເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນນາມສື່ມວນຊົນລາວ, ທີ່ໄດ້ຮັບໃຊ້ໃນບັ້ນໂຄສະນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ,

ເຊິ່ງສູນຂ່າວພວກເຮົາ ໄດ້ເຮັດໜ້າທີ່ສະໜອງຂໍ້ມູນ, ເອກະສານທີ່ກ່ຽວກັບກອງປະຊຸມ, ສະໜອງຮູບພາບນີ້ງ ແລະ ພາບການເຄື່ອນໄຫວ ທີ່ມີການບັນທຶກຢູ່ໃນຫ້ອງປະຊຸມ ໃຫ້ສື່ມວນຊົນທຸກພາກສ່ວນ ທີ່ມາປະຕິບັດວຽກງານ ສາມາດສົ່ງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ໄດ້ຢ່າງວ່ອງໄວ, ມີຄວາມຖືກຕ້ອງຊັດເຈນ ແລະ ບໍ່ໃຫ້ເກີດຄວາມສັບສົນ.ນອກຈາກນັ້ນ, ຍັງສະໜອງການຖ່າຍທອດສົດ ເພື່ອໃຫ້ນັກຂ່າວ ຫລື ສື່ມວນຊົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດຕິດຕາມເອົາທຸກເຫດການທີ່ເກີດຂຶ້ນຢູ່ໃນກອງປະຊຸມ ເພື່ອເຜີຍແຜ່ຕໍ່ຢູ່ໃນສື່ຂອງຕົນ.
ທ່ານ ສົມສະຫວາດ ພົງສາ ແຈ້ງໃຫ້ຮູ້ຕື່ມວ່າ: ພາຍໃນສູນຂ່າວຂອງພວກເຮົາ ຍັງໄດ້ສະໜອງສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ອິນເຕີເນັດ, ຄອມພິວເຕີ, ເອກະສານສຳຄັນ ແລະ ອຸປະກອນຮັບໃຊ້ໃນການເຮັດວຽກອື່ນໆ. ພ້ອມນີ້, ສູນຂ່າວຍັງໄດ້ມີການພົວພັນກັບພາກສ່ວນຕ່າງໆ ເພື່ອໃຫ້ສື່ມວນຊົນຂອງພວກເຮົາມີອຸປະກອນທີ່ຈຳເປັນ ສາມາດຕອບສະໜອງໃນການຜະລິດຂ່າວໃຫ້ສື່ມວນຊົນທີ່ມາຈາກພາກສ່ວນຕ່າງໆ ໃຫ້ວ່ອງໄວທັນການ.