ການປະຕິບັດໜ້າທີ່ຂອງບັນດາສື່ມວນຊົນລາວ ໃນບັ້ນຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກແມ່ນມີຄວາມຈູມຈ້າວຫ້າວຫັນດ້ວຍຄວາມຮັບຜິດຊອບສູງ ໃນການເຮັດໜ້າທີ່ຂອງຕົນ ໂດຍສະເພາະແມ່ນໄດ້ເຮັດວຽກຕາມລະບຽບການຂອງສູນຂ່າວທີ່ໄດ້ກຳນົດໃຫ້ບໍ່ວ່າຈະເປັນທາງດ້ານເນື້ອໃນ, ການເອົາເອກະສານຕ່າງໆ, ການ ອອກຂ່າວ, ການບໍລິການພາບ ຖ່າຍ ແລະ ອື່ນໆແມ່ນໄດ້ຮັບ ການຮ່ວມມືກັບໜ່ວຍງານຮັບ ຜິດຊອບທຸກຂັ້ນຕອນ.

ຫ້ອງເບີ 4 ເປັນບ່ອນກຳ ນົດໃຫ້ເປັນຈຸດສູນລວມຂອງບັນ ດາສື່ມວນຊົນລາວ ແລະ ຕ່າງ ປະເທດໃນການເຮັດໜ້າທີ່ຮັບໃຊ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຊຶ່ງບັນຍາກາດແມ່ນ ເຕັມໄປດ້ວຍຄວາມຕັ້ງໃຈຂອງບັນດາອ້າຍ, ເອື້ອຍ, ນ້ອງນັກ ຂ່າວສື່ມວນຊົນຈາກທຸກພາກ ສ່ວນທີ່ສຸມທຸກສະຕິປັນຍາໃນ ການເຮັດໜ້າທີ່, ທຸກຄົນແມ່ນ ມີສະຕິສູງບໍ່ວ່າຈະເປັນການ ຮັກສາເວລາໃນການເຂົ້າມາ ເຮັດວຽກໃນສູນຂ່າວ, ການ ກະ ກຽມອຸປະກອນເຄື່ອງຮັບໃຊ້, ການນຸ່ງຖືກໍມີຄວາມເປັນລະ ບຽບຮຽບຮ້ອຍຈົບງາມ ແລະ ທີ່ສຳຄັນທຸກຄົນຍັງໄດ້ເອົາໃຈໃສ່ໃນການປະຕິບັດມາດຕະ ການປ້ອງກັນໂຄວິດ-19 ຢ່າງມີ ສະຕິສູງ ຊຶ່ງທຸກຄົນທີ່ກ້າວເຂົ້າສູ່ສູນຂ່າວກໍໄດ້ມີການກວດອຸນຫະພູມ, ລ້າງມືດ້ວຍເຈວ ແລະ ໃສ່ຜ້າອັດປາກ.
ສະຫາຍ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໃນນາມຜູ້ຮັບຜິດຊອບສູນຂ່າວໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນກຳລັງນັກຂ່າວສື່ມວນຊົນລາວພວກເຮົາທຸກສື່ ແລະ ສື່ຕ່າງປະເທດທີ່ປະ ຈຳຢູ່ ສປປ ລາວ ທີ່ໄດ້ລົງທະ ບຽນ ພ້ອມພຽງກັນມາປະຕິບັດ ໜ້າທີ່ຕາມເວລາ ແລະ ກະກຽມ ເປັນຢ່າງດີ.

ຖືໂອກາດນີ້, ສະແດງຄວາມຊົມເຊີຍຕໍ່ຖັນແຖວ ນັກຂ່າວພວກເຮົາ ຊຶ່ງສື່ມວນ ຊົນທຸກຄົນ ລວມທັງຜູ້ມາປະຈຳ ການຢູ່ສູນຂ່າວກໍຄືສະມາຊິກອົງການສື່ມວນຊົນທີ່ປະຕິບັດໜ້າທີ່ຢູ່ສຳນັກງານຂອງແຕ່ລະສື່. ສະນັ້ນ, ຂໍໃຫ້ສື່ມວນຊົນພວກ ເຮົາຮ່ວມແຮງຮ່ວມໃຈກັນເຮັດໜ້າທີ່ໃຫ້ດີທີ່ສຸດ ເພື່ອນຳເອົາຂໍ້ ມູນຂ່າວສານ, ພາບຂອງກອງປະຊຸມອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ເພາະ ກອງປະຊຸມຄັ້ງນີ້ເປັນເຫດການທາງການເມືອງຂອງພັກທີ່ມີຄວາມໝາຍສຳຄັນທີ່ສຸດ ສຳລັບປະເທດພວກເຮົາ, ສະຫາຍກ່າວ ຕື່ມວ່າ: ຜ່ານມາພວກເຮົາກໍໄດ້ຈັດການສະເຫຼີມສະຫຼອງ 45 ປີ ຂອງ ສປປ ລາວ, ສະເຫຼີມສະ ຫຼອງ 65 ປີຂອງພັກ ປະຊາຊົນ ປະຕິວັດລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.
ຂ້າພະເຈົ້າເຊື່ອໝັ້ນວ່າສື່ມວນຊົນພວກເຮົາຈະເຮັດສຳເລັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແນໃສ່ ເຮັດໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ ມູນຂ່າວສານຢ່າງວ່ອງໄວ ແລະ ມີຄວາມເຂົ້າໃຈຢ່າງຖືກຕ້ອງພ້ອມກັນເຂົ້າຮ່ວມການຈັດຕັ້ງຜັນຂະຫຍາຍທີ່ກອງປະຊຸມໃຫຍ່ຂອງພັກໄດ້ຮັບຮອງເອົາ ເພື່ອເປັນການສືບຕໍ່ພັດທະນາປະເທດຊາດພວກເຮົາ, ສືບຕໍ່ຮັກສາສະຖຽນລະພາບທາງດ້ານ ການເມືອງທີ່ໜັກແໜ້ນ ເສດ ຖະກິດມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ.
(ຂ່າວ: ສຳນານ ພົມພັກດີ) ໜັງສືພິມ ປະຊາຊົນ