ປກສ: ລູກຊາຍທໍລະພີ ເສບຢາບ້າຫຼາຍ ຈົນເຮັດໃຫ້ປະສາດຫຼອນ ຄວບຄຸ້ມຕົວເອງບໍ່ໄດ້ ໃຊ້ມີດ ແລະ ຂວານຟັນພໍ່ ຜູ້ໃຫ້ກຳເນີດ ຫຼາຍບາດຈົນເສຍຊີວິດ, ເຫດຄາດຕະກຳສະເທືອນຂັວນນີ້ ເກີດຂຶ້ນໃນເວລາປະມານ 11:00 ໂມງ ຂອງວັນທີ 8 ທັນ ວາຜ່ານມາ,ທີ່ບ້ານຕາກແດດ ເມືອງປາກລາຍ ແຂວງໄຊຍະບູລີ.

ເຈົ້າໜ້າທີ່ ປກສ ເມືອງປາກລາຍ ໃຫ້ຮູ້ວ່າ:ພາຍ ຫຼັງ ຮັບແຈ້ງຈາກການປົກຄອງບ້ານຕາກແດດ ວ່າ ທ້າວ ຫຼ້າ ອາຍຸ 28 ປີ ຈັບຂວານ ນັ່ງເຝົ້າພໍ່ທີ່ນອນເຕັມໄປດ້ວຍຄາບເລືອດ ແລະ ຄາດວ່າ ຜູ້ເປັນພໍ່ເສຍຊີວິດເເລ້ວ.

ຈາກນັ້ນ, ເຈົ້າໜ້າທີ່ ໄດ້ລົງພື້ນທີ່ໄດ້ຢ່າງຮີບດ່ວນ ກໍພົບເຫັນທ້າວ ຫຼ້າ ນັ່ງເຝົ້າພໍ່ທີ່ໝົດສະຕິ. ຈຶ່ງໄດ້ນຳໃຊ້ວິຊາສະເພາະ ຈົນຜູ້ກ່ຽວຍອມມອບຕົວ ຜ່ານການກວດກາຜູ້ເປັນພໍ່ ພົບວ່າ ໄດ້ເສຍຊີວິດແລ້ວ.

ການສອບສວນ ທ້າວ ຫຼ້າ ໄດ້ສາລະພາບໃນເບື້ອງຕົ້ນວ່າ: ເວລາ 8:00 ໂມງ ວັນທີ 8 ທັນວາ 2020 ໄດ້ເສບຢາບ້າຢູ່ໃນເຮືອນຄົນດຽວ ຈໍານວນຫຼາຍເມັດ ຈົນບໍ່ຮູ້ສຶກຕົວ, ຮອດເວລາປະມານ 11:00 ໂມງ ຜູ້ເປັນພໍ່ ຊື່ ທ້າວ ກາ ອາຍຸ 68 ປີ ແລະ ແມ່ຊື່ ນາງ ບາງ ທີ່ພາກັນນັ່ງຫຼີ້ນຢູ່ໜ້າເຮືອນ, ພໍ່ໄດ້ເຂົ້າໄປເຄາະປະຕູເຮືອນ ແລະ ເອີ້ນໃຫ້ໄຂປະຕູເຮືອນ ເພື່ອຈະເຂົ້າໄປກິນເຂົ້າ ພໍ່ໄດ້ເຄາະຫຼາຍຄັ້ງ ແລະ ຮ້ອງໃສ່ຫຼາຍເທື່ອ, ຕົນເກີດຄວາມໃຈຮ້າຍ ຈຶ່ງລຸກຍ່າງມາໄຂປະຕູເຮືອນຄົວໃຫ້ພໍ່ ທັງຮ້ອງດ່າໃສ່ພໍ່ດ້ວຍຖ້ອຍຄໍາບໍ່ສຸພາບ ແລະ ໄດ້ດຶຶງແຂນພໍ່ ເຂົ້າໄປໃນເຮືອນຄົວ ແລ້ວເອົາມີດຟັນໃສ່ກາງຫຼັງ ພໍ່ 1 ບາດ ເຮັດໃຫ້ພໍ່ລົ້ມລົງກັບພື້ນ.

ຈາກນັ້ນ, ຕົນໄດ້ເອົາຂວານມາຟັນຊໍ້າໃສ່ງ່ອນ 1 ບາດ, ຟັນໃສ່ກາງຫົວ 1 ບາດ, ຈົນພໍ່ໝົດສະຕີ ແລະ ບໍ່ຫາຍໃຈແລ້ວ ຕົນກໍລາກເອົາສົບພໍ່ ອອກຈາກເຮືອນຄົວມາ ໄວ້ນອກເຮືອນ. ຈາກນັ້ນ,ໄດ້ຈັບເອົາຂວານມາຟັນເຂົ້າໜ່ວຍຕາພໍ່ ເບື້ອງຂວາອອກໃສ່ຖົງເສື້ອໄວ້ແລ້ວນັ່ງເຝົ້າສົບພໍ່ ປະມານ 30 ນາທີ ກໍມີເຈົ້າໜ້າ ທີ່ມາຮອດ ແລະ ຈັບຕົວໄປດຳເນີນຄະດີ.

ນອກນີ້, ຈາກການກວດກາປະຫວັດຂອງ ທ້າວ ຫຼ້າ ພົບວ່າ ໃນປີ 2017, ເຄີຍຖືກເຈົ້າໜ້າທີ່ ນໍາຕົວເຂົ້າສູນດັດສ້າງມາແລ້ວ 1 ຄັ້ງ ຍ້ອນມົ້ວສຸມຢາເສບ ຕິດ.ພາຍຫຼັງອອກມາ ກໍເຄື່ອນໄຫວເສບຢາເສບ ແລະ ມົ້ວສຸມຢາເສບຕິດ, ຄັ້ງນີ້ຜູ້ກ່ຽວໄດ້ເສບຫຼາຍຂຶ້ນເລື່ອຍໆ ຈົນເຮັດໃຫ້ປະສານເຊື່ອມໂສມ, ບາງຄັ້ງກໍມັກມີອາການຫຼອນອາລົມຮ້າຍ, ເປັນບ້າເວົ້າຄົນດຽວ, ອາລະວາດຄອບຄົວ ແລະ ຄົນໃກ້ຕົວ.

Leave a Reply

Your email address will not be published. Required fields are marked *