ສຳນັກຂ່າວຕ່າງປະເທດ ລາຍງານວ່າ ພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານທິບໍດີ ໂຈ ໄບເດັນ ຈະມີຂຶ້ນໃນຕອນບ່າຍຂອງວັນທີ 20 ມັງກອນ 2021ນີ້ ຈະມີທະຫານ 15,000 ຄົນຮັກສາຄວາມປອດໄພ ອີງຕາມການປະກາດ ຂອງຫົວໜ້າກອງກໍາລັງຮັກສາດິນແດນແຫ່ງຊາດໃນວັນຈັນທີ່ຜ່ານມາ ຫຼັງຈາກໄດ້ມີການຮຽກຮ້ອງຫຼາຍໆຄັ້ງວ່າໃຫ້ມີການຮັກສາຄວາມປອດໄພເພີ່ມຂຶ້ນ.

Image may contain: one or more people and outdoor

ກອງກໍາລັງຮັກສາດິນແດນແຫ່ງຊາດມີປະຫວັດອັນຍາວນານໃນການຊ່ວຍເຫຼືອຮັບປະກັນຄວາມປອດໄພໃຫ້ພິທີສາບານຂອງປະທານາທິບໍດີສະຫະລັດ ໃນພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານາທິບໍດີ ໂດນັລ ທຣໍ້າ ປີ 2016 ມີທະຫານຂອງກໍາລັງຮັກສາດິນແດນແຫ່ງຊາດຮັກສາຄວາມປອດໄພ ປະມານ 8,000 ຄົນ.

Image may contain: one or more people, sky and outdoor

ການປະກາດດັ່ງກ່າວມີຂຶ້ນທ່າມກາງການມີຄຳເຕືອນວ່າອາດຈະມີການກໍ່ຄວາມຮຸນແຮງຂຶ້ນໃນຫຼາຍມື້ຈົນຮອດມື້ເປີດພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານທິບໍດີ ໂຈ ໄບເດັນ, ຫຼັງຈາກກຸ່ມຜູ້ສະໜັບສະໜູນໂດນັລ ທຣໍ້າ ບຸກເຂົ້າໄປໃນຫໍສະພາແຫ່ງຊາດສະຫະລັດເມື່ອອາທິດທີ່ຜ່ານມາ.

Image may contain: one or more people and people on stage

ອົງການສັນຕິບານກາງ ຫລື FBI ໄດ້ສົ່ງບົດບັນທຶກໄປທີ່ກົມຕຳຫຼວດໃນທົ່ວປະເທດໃນວັນຈັນທີ່ຜ່ານມາ, ໂດຍເຕືອນວ່າ ມີການວາງແຜນການປະທ້ວງທີ່ມີການປະກອບອາວຸດຢູ່ໃນນະຄອນຫຼວງວໍຊິງຕັນ ແລະ ໃນທັງໝົດ 50 ລັດ.

ຮຽບຮຽງຂ່າວ: ພຸດສະດີ

Leave a Reply

Your email address will not be published. Required fields are marked *