ເມື່ອບໍ່ດົນມານີ້,ຫລາຍພື້ນທີ່ ທົ່ວໂລກ ພວມພົບກັບວິກິດສະພາບ ອາກາດໜາວ ຮຸນແຮງ ເປັນຕົ້ນ ທາງພາກເໜືອ ຂອງຫວຽດນາມ ມີຫິມະຕົກໜັກ ສ່ວນທີ່ ນະຄອນຫລວງ ເຊອຸນ ຂອງສ,ເກົາຫລີ ມີອຸນຫະພູມ ຕິດລົບ 15 ອົງສາ ເຮັດໃຫ້ເຈົ້າໜ້າທີ່ ທາງການ ສ.ເກົາຫລີ ປະກາດໃຫ້ປະຊາຊົນກຽມຄວາມພ້ອມຮັບມືກັບ ຫີມະຕົກໜັກ.

.

ຂະນະທີ່ ແອັດສະປາຍ ຫິມະຕົກໜັກສຸດ ໃນຮອບ 50ປີຜ່ານມາ ເຮັດໃຫ້ມີ ຜູ້ເສຍຊີວິດ 4 ຄົນແລ້ວ ທັງຈາກ ອຸບັດເຫດທີ່ມີເຫດການ ກ່ຽວຂ້ອງກັບ ການເດີນທາງກາງຫິມະ ແລະ ບາງກໍລະນີ ເປັນຄົນ ບໍ່ມີທີ່ຢູ່ອາໄສ ສ່ວນຖະໜົນຫລາຍກວ່າ 60 ສາຍ ຖືກຫິມະປິດ ທາງໄວ້ ເຮັດໃຫ້ ຜູ້ຄົນ ສັນຈອນໄປມາບໍ່ໄດ້ບາງຄົນຕ້ອງຕັດສິນໃຈຖິ້ມລົດໄວ້ກາງທາງໃຫ້ຈົມຫາຍໃນຫິມະຂະນະທີ່ ຜູ້ໂດຍສາຍ ຍັງຕິດຄ້າງ ຢູ່ຕາມສະໜາມບິນຕ່າງໆ ເປັນຈຳນວນຫລາຍ ແລະ ປະເທດອື່ນໆອີກ ພວມຜະເຊີນກັບ ສະພາບ ອາກາດ ທີ່ໜາວເຢັນ ຫລາຍທີ່ສຸດ ໃນຮອບ ຫລາຍປີ ຜ່ານມາ.

.

.

.

.

.

ຮຽງຮຽງຂ່າວໂດຍ ສະໄຫວ