ຟີຟາ ແຕ່ງຕັ້ງ ກໍາມະການຕັດສິນ-ຜູ້ຊ່ວຍ ລະດັບຟີຟາ 2021 ໂດຍກໍາມະການລາວຕິດເຖິງ 11 ຄົນ. ພິເສດ ມີແມ່ຍິງລາວ ຕິດເປັນກໍາມະການ ເທື່ອທໍາອິດຂອງປະເທດ.
ສະຫະພັນບານເຕະນານາຊາດ ( ຟີຟາ ) ໄດ້ຕົກລົງແຕ່ງຕັ້ງ ກຳມະການຕັດສິນ ແລະ ຜູ້ຊ່ວຍກໍາມະການຕັດສິນບານເຕະ ຟີຟາ 2021 ແລະ ກຳມະການຕັດສິນຟຸດຊໍ ຟີຟາ 2021 ເຊິ່ງໃນນັ້ນ ກໍາມະການລາວ ຕິດ 11 ທ່ານ ພິເສດໄປກວ່ານັ້ນມີ ກຳມະການຕັດສິນຍິງ ຟີຟາ ຄົນທຳອິດທີ່ສອບເສັງຜ່ານ ຕາມການລາຍງານຂອງ ສະຫະພັນບານເຕະແຫ່ງຊາດລາວ.
ເພຈ໌ເຟສບຸກ ຂອງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ລາຍງານໃນວັນທີ 11 ມັງກອນ 2021 ວ່າ: ກໍາມະການບານເຕະລາວ ແລະ ກໍາມະການ ຟຸດຊໍ ລາວ ໄດ້ຮັບການແຕ່ງຕັ້ງເປັນກໍາມະການລະດັບຟີຟາ ປະຈໍາປີ 2021 ຈໍານວນ 11 ທ່ານດັ່ງນີ້:
– ກຳມະການຕັດສິນ (ຊາຍ) FIFA ຈຳນວນ 3 ທ່ານ:
- 1. ທ່ານ ໄຊປະເສີດ ພົງສະນິດ
- 2. ທ່ານ ສວຍ ວົງຄຳ
- 3. ທ່ານ ຄຳສິງ ໄຊຍະວົງສີ
– ກຳມະການ FIFA (ຍິງ) ຈຳນວນ 1 ທ່ານ
- 1. ທ່ານ ນາງ ແກ້ວມະນີ ແພງເມືອງຄູນ
– ຜູ້ຊ່ວຍກຳມະການຕັດສິນ (ຊາຍ) FIFA ຈຳນວນ 5 ທ່ານ:
- 1. ທ່ານ ສົມພາວັນ ຫລວງລາດ
- 2. ທ່ານ ພອນສຸກສັນ ເຕໂຊ
- 3. ທ່ານ ກິຫລ້າ ລາດຊະວົງ
- 4. ທ່ານ ບຸນພັນ ສີສຸວັນ
- 5. ທ່ານ ບຸນອູ້ມ ລາດຊະວົງ
– ຜູ້ຊ່ວຍກຳມະການ (ຍິງ) FIFA ຈຳນວນ 1 ທ່ານ:
- 1. ທ່ານ ນາງ ພຸດສະຫວັນ ຈັນທະວົງ
– ກຳມະການຟຸດຊໍ FIFA ຈຳນວນ 1 ທ່ານ:
- 1. ທ່ານ ຄຳປະສົງ ໄຊຍະວົງສີ
ຂໍ້ມູນຂ່າວ: ສຕລ