ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍລຽບຕາມຊາຍແດນແມ່ນໍ້າຂອງ ໃນວັນທີ 13 ມັງກອນ 2021 ເວລາ 16:30ໂມງ ພັທ ຄໍາຝັ່ງ ເຄືອບພະພອນ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກໍາລັງສົມທົບກັບກໍາລັງທະຫານປ້ອງກັນຊາຍແດນເມືອງ ລົງກວດກາຕິດຕາມສະພາບການຕ່າງໆ

Image may contain: 1 person, ocean, outdoor and water

.

Image may contain: sky, ocean, outdoor, water and nature

ໃນຂອບເຂດຄວາມຮັບຜິດຊອບຂອງຕົນທັງທາງບົກ ແລະ ທາງນໍ້າຂອງ, ໄດ້ພົບເຫັນປະຊາຊົນ ຈໍານວນ 4 ຄົນ ທີ່ກໍາລັງຫາປາ ຈຶ່ງໄດ້ກ່າວເຕືອນ ແລະ ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນທີ່ຫາປາຕາມລຳແມ່ນ້ຳຂອງແມ່ນບໍ່ໃຫ້ຫາປາໃນເວລາກາງຄືນ ທັງນີ້ກໍ່ເພື່ອຮັບປະກັນທາງດ້ານຄວາມສະຫງົບສຸກ ແລະ ຄວາມເປັນລະແບບຮຽບຮ້ອຍໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ມີຄວາມສະຫງົບ-ປອດໄພ 100%.

Image may contain: 1 person, sky, outdoor, closeup and water

.

Image may contain: 8 people, people standing, outdoor and text

Leave a Reply

Your email address will not be published. Required fields are marked *