ພັທ ສົມປະສົງ ສັກດາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ນວ ລົງເຜີຍແຜ່ 3 ຂໍ້ກໍານົດ ແລະ 3 ຂໍ້ຫ້າມ ຂອງກອງບັນຊາການ ປກສ ເມືອງຫາດຊາຍຟອງ ຕໍ່ກັບຜູ້ນໍາໃຊ້ເຮືອ ປະເພດຕ່າງໆພ້ອມທັງເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບກັບປະຊາຊົນ ( ມີເຮືອຫາປາ )ຢູ່ ປກສ ກຸ່ມ 3 ບ້ານສີຖານໃຕ້ຂອງເມືອງດັ່ງກ່າວ ເພື່ອຮັບປະກັນຄວາມສະຫງົບໂດຍພື້ນຖານ ໃນຂອບເຂດຄວາມຮັບຜິດຊອບ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບດີ ໃນໄລຍະດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ນີ້.

Image may contain: sky, ocean, outdoor, nature and water

ໃນນີ້ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ອອກ 3 ຂໍ້ກຳນົດ ແລະ 3 ຂໍ້ຫ້າມມີດັ່ງນີ້: 1. ກຳນົດເວລາໃນການນໍາໃຊ້ເຮືອອອກຫາປາເລີ່ມແຕ່ເວລາ 6:00 ໂມງເຊົ້າ ຫາ 18:00 ໂມງແລງ ໃຫ້ນຳເຮືອເຂົ້າຈອດທຽບທ່າ 2. ເຈົ້າຂອງເຮືອແຕ່ລະລຳຕ້ອງໄດ້ຂຶ້ນທະບຽນ, ມີໝາຍເລກເຮືອແຕ່ລະລຳ 3. ເຮືອທຸກປະເພດພາຍຫຼັງເຄື່ອນໄຫວກິດຈະກຳຕ່າງໆແຕ່ລະວັນ ແມ່ນໃຫ້ມາຈອດໄວ້ຢູ່ທ່າເຮືອທີ່ທາງເຈົ້າໜ້າທີ່ໄດ້ກຳນົດໄວ້.

Image may contain: ocean, sky, outdoor, nature and water

ສໍາລັບຂໍ້ຫ້າມມີຄື: 1. ຫ້າມເຈົ້າຂອງເຮືອຈັກ ຂັບຂີ່ເຮືອ ຫຼື ໄຫລມອງຫາປາກາຍເຂດແດນ (ເຂົ້າໄປເຂດແດນຂອງປະເທດໄທ), ຫາກບຸກຄົນໃດລະເມີດຈະຖືກຮຽກຕົວມາສືບສວນ-ສອບສວນ ແລະ ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ວາງອອກ. 2. ຫ້າມເຈົ້າຂອງເຮືອຈັກ, ນຳເຮືອເພື່ອສົ່ງສິນຄ້າເຖື່ອນ, ສິນຄ້າຕ້ອງຫ້າມ ແລະ ຢາເສບຕິດ ທຸກປະເພດ, ກໍລະນີເຈົ້າໜ້າທີ່ພົບເຫັນ ຫຼື ສືບຮູ້ຂໍ້ມູນຫຼັກຖານ ແມ່ນຈະດຳເນີນຄະດີ ຕາມລະບຽບກົດໝາຍ. 3. ໃນກໍລະນີເອົາເຮືອຂອງຕົນໃຫ້ຜູ້ອື່ນຢືມ ຫຼື ເຊົ່າ ຕ້ອງແຈ້ງໃຫ້ຫົວໜ້າຈຸເຮືອທີ່ຕົນສັງກັດຢູ່ຮັບຊາບ.

Leave a Reply

Your email address will not be published. Required fields are marked *