ໃນວັນທີ່ 13 ມັງກອນ 2021 ເວລາ 15:10 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດໃຫຍ່ຕໍາກັບລົດຈັກ ຢູ່ເສັ້ນທາງບ້ານ ນາຊາງ ນະຄອນຫລວງພະບາງ ແຂວງຫລວງພຣະບາງ.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບເພດຊາຍ01ອາການບາດເຈັບເບື້ອງຕົ້ນ:ມີບາດແຜເລີ້ນຢູ່ດັງແລະເຈັບແຂນ,ຂາທັງສອງເບື້ອງ
ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ໄດ້ທຳການປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງຫມໍແຂວງຫລວງພະບາງ

ສ່ວນສາເຫດເຈົ້າໜ້າທີ່ຈະກວດສອບຕໍ່ໄປ. ຮຽກຮ້ອງໃຫ້ທຸກຄົນຂັບຂີ່ດ້ວຍຄວາມລະມັດລະວັງ.

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️ 071 1625 ; 030 9211625 ບໍລິການຟີຣ ຕະຫຼອດ 24 ຊົ່ວໂມງ.🚑
🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625