ຫລາຍພາກສ່ວນໃຫ້ຄວາມສຳຄັນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ຂປລ. ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກກະຊວງການເງິນ, ທັງເປັນຫົວໜ້າອະນຸກໍາມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 13 ມັງກອນ 2021 ນີ້ວ່າ: ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແມ່ນໃຊ້ງົບປະມານໃນເບື້ອງຕົ້ນ 70 ຕື້ກີບ ນັບຕັ້ງແຕ່ຂັ້ນຕອນການກະກຽມດໍາເນີນຂອງອະນຸກໍາມະການຕ່າງໆເປັນຕົ້ນ ອະນຸກໍາມະການເນື້ອໃນ, ອະນຸກໍາມະການບຸກຄະລາກອນກົດລະບຽບ ທີ່ໄດ້ດໍາເນີນການຫລາຍຂັ້ນຕອນໃນການລົງທາບທາມແຕ່ລະຈຸດ.

ເຊິ່ງການກະກຽມກອງປະຊຸມໃຫຍ່ຄັ້ງນີ້ ແມ່ນໃຊ້ເວລາ 2 ປີ ແລະ ມີການລົງໄປທົ່ວທຸກແຂວງ. ຈິ່ງເຮັດໃຫ້ການນໍາໃຊ້ງົບປະມານສູງ.

ໃນໂອກາດ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ບໍລິສັດ, ກຸ່ມບໍລິສັດຕ່າງໆ ຈຳນວນ 26 ພາກສ່ວນ ໄດ້ແຈ້ງເຈດຈຳນົງໃນການປະກອບສ່ວນເປັນວັດຖຸ ແລະ ປັດໄຈ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມ. ມາຮອດປັດຈຸບັນ ໄດ້ປະກອບສ່ວນແລ້ວ 21 ພາກສ່ວນ ລວມຈຳນວນເງິນທັງໝົດ 14,4 ຕື້ກີບ ແລະ ມອບເປັນວັດຖຸ ລວມມູນຄ່າ 240 ລ້ານກີບ ແລະ ບາງພາກສ່ວນຍັງຈະສືບຕໍ່ປະກອບສ່ວນຊຸກຍູ້ຕື່ມອີກ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ໃນນາມຕາງໜ້າໃຫ້ອະນຸກໍາມາການເສດຖະກິດ, ອະນຸກໍາມະການງົບປະມານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຂໍສະແດງຄວາມຂອບໃຈມາຍັງພາກສ່ວນຕ່າງໆທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ກອງປະຊຸມໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນເຮັດໃຫ້ກອງປະຊຸມ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *