ຈາກຜົນການພະຍາກອນຂອງລະບົບອຸຕຸກະເສດ (LaCSA)  ໄລຍະວັນທີ 13-17  ມັງກອນ 2021 ແລະ ຕາມການລາຍງານຄາດຄະເນສະພາບອາກາດ ປະຈໍາອາທິດ ມວນອາກາດໜາວເຢັນຈາກປະເທດຈີນຍັງມີກໍາລັງແຮງແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດໜາວຫຼາຍໂດຍສະເພາະຢູ່ເຂດພູສູງ,ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ອາກາດຈະໜາວເຢັນຫຼາຍພ້ອມມີຝົນຕົກຄ່ອຍເປັນບາງໂອກາດ. ສ່ວນຢູ່ທາງພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ຫາ ໜາວເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ

No photo description available.

ໃນວັນທີ 13-17 ມັງກອນ 2021 ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກເເຕ່ສະພາບອາກາດຍັງໜາວເຢັນຢູ່ທາງແຂວງພາກເໜືອ, ເຂດພູສູງ, ພູດອຍ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນການກາງຄືນ ຫາຕອນເຊົ້າພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ

Image may contain: mountain, sky, outdoor and nature

ດັ່ງນັ້ນ, ຈຶ່ງແຈ້ງ ແນະນໍາໃຫ້ປະຊາຊົນ ແລະ ຊາວກະສິກອນ ບັນດາແຂວງໃນເຂດທົ່ວປະເທດ ຕໍ່ກັບສະພາບອາກາດທີ່ໜາວເຢັນດັ່ງກ່າວອາດສົ່ງຜົນກະທົບຕໍ່ການປູກເຂົ້ານາແຊງ, ສະນັ້ນຈຶ່ງເເນະນໍາຊາວກະສິກອນເລື່ອນການປັກດໍາເຂົ້ານາແຊງ

Image may contain: plant, nature and outdoor

.

Image may contain: plant, flower, nature and outdoor

.

Image may contain: plant, tree, flower, sky, outdoor and nature

Leave a Reply

Your email address will not be published. Required fields are marked *