ພະແນກຕຳຫຼວດ ຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມກວດກາ ແລະຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງອ້ອມບໍລິເວນໃກ້ຄຽງຫໍປະຊຸມແຫ່ງຊາດ ໃນວັນທີ 12 ມັງກອນ 2021 ເປັນຕົ້ນແມ່ນ: ການຈອດລົດຕາມແຄມທາງ ແລະ ທາງຄົນຍ່າງ ຊຶ່ງເປັນການກີດຂວາງການສັນຈອນ ທັງບໍ່ເປັນລະບຽບຮຽບຮ້ອຍ ບໍ່ງາມຕາຕໍ່ກັບບັນດາຜູ້ແທນມາຮ່ວມກອງປະຊຸມໃຫຍ່.

Image may contain: one or more people, motorcycle and outdoor

.

Image may contain: 3 people, people standing and outdoor

ພ້ອມນີ້, ທາງເຈົ້າໜ້າທີຈະລາຈອນໄດ້ຮຽກຮ້ອງມາຍັງບັນດາພໍ່-ແມ່ປະຊາຊົນ, ຊາວຄ້າຂາຍ, ນັກຂັບຂີ່ທັງໝົດ ຈົ່ງໄດ້ເອົາໃຈໃສ່ໃນການປະຕິບັດດັ່ງນີ້:

Image may contain: 2 people, people standing and outdoor

1. ບໍ່ໃຫ້ຈອດລົດຕາມແຄມທາງຈຸດສາມແຍກ, ສີ່ແຍກ, ວົງວຽນ ແລະ ຕາມປ້າຍຫ້າມຕ່າງໆທີ່ໄດ້ກໍານົດ ຫຼື ໃນຊົ່ວໂມງອັນຮີບດ່ວນ ເພື່ອບໍ່ໃຫ້ການສັນຈອນມີການຕິດຄັດ ແລະ ລົດອັ່ງອໍ.

Image may contain: one or more people, car and outdoor

.

Image may contain: one or more people, people standing, people walking and outdoor

2. ໃນໄລຍະເປີດກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ບໍ່ໃຫ້ຊາວຄ້າຂາຍນຳເອົາເຄື່ອງມາຕັ້ງຂາຍຕາມແຄມທາງ ແລະ ທາງຄົນຍ່າງ ໃນບໍລິເວນອ້ອມຫໍປະຊຸມແຫ່ງຊາດ.

Image may contain: car and outdoor

Leave a Reply

Your email address will not be published. Required fields are marked *