ປະຫວັດຄວາມເປັນມາຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ.
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ (18-21/3/2006)
- – ດຳເນີນແຕ່ວັນທີ 18 ຫາ ວັນທີ 21 ເດືອນ ມີນາ ປີ 2006, ທີ່ນະຄອນຫລວງວຽງຈັນ; ພາຍໃຕ້ການເປັນ ປະທານຂອງສະຫາຍ ຄຳໄຕ ສີພັນດອນ, ປະທານ ຄະນະບໍລິຫານງານສູນກາງພັກ;
- – ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງນີ້ ມີຜູ້ແທນ 498 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ຈຳນວນ 148.590 ສະຫາຍ ຢູ່ບັນດາຂະແໜງການ ອ້ອມຂ້າງສູນກາງ, ທ້ອງຖິ່ນ ແລະຮາກຖານຕ່າງໆ ໃນທົ່ວປະເທດ;
- – ກອງປະຊຸມຄັ້ງນີ້ ໄດ້ເລືອກເອົາ 55 ສະຫາຍ ເປັນຄະນະບໍລິຫານງານສູນກາງພັກ ເລືອກເອົາ ສະຫາຍ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫຍ່, ກົມການເມືອງ ປະກອບມີ 11 ສະຫາຍ, ເລືອກຕັ້ງເອົາຄະນະເລຂາທິການ ສູນກາງພັກ 7 ສະຫາຍ, ເລືອກເອົາປະທານ ແລະ ຮອງປະທານ ຄະນະກຳມະການກວດກາພັກຂັ້ນສູນກາງ ຈຳນວນ 3 ສະຫາຍ.

* ສັງລວມຫຍໍ້ເນື້ອໃນຂອງມະຕິ ມີດັ່ງນີ້ :
1)- ສະຫລຸບຕີລາຄາການປະຕິບັດແນວທາງປ່ຽນແປງໃໝ່ ໃນ 20 ປີ ແລະ ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໂດຍມີຂໍ້ສະຫລຸບ ທີ່ສໍາ ຄັນ ແລະ ຕົ້ນຕໍ ດັ່ງນີ້:
1.1- ແນວທາງປ່ຽນແປງໃໝ່ ແມ່ນຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງທາງ ດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ, ຖືກກັບຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ແລະ ໄດ້ຮັບການ ສະໜັບສະໜູນຈາກພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ, ເປັນປັດໄຈ ຮັບປະ ກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ.
1.2- ແນວທາງປ່ຽນແປງໃໝ່ໄດ້ສ້າງເງື່ອນໄຂ ແລະ ກາລະໂອກາດໃໝ່ໃຫ້ແກ່ ການຂຸດຄົ້ນກຳລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງແຮງຂອງ ສາກົນເຂົ້າໃນການພັດທະນາ, ເຮັດໃຫ້ເສດຖະກິດແຫ່ງຊາດມີຊີວິດຊີວາ ແລະຂະຫຍາຍຕົວຕໍ່ເນື່ອງຕະຫລອດໄລຍະ 20 ປີ ໃນລະດັບ ສະເລ່ຍ 6,2%, ເຊິ່ງເຮັດໃຫ້ລວມຍອດຜະລິດຕະພັນພາຍ ໃນໄລ່ສະເລ່ຍຕາມຫົວຄົນເພີ່ມຂຶ້ນກວ່າ 2 ເທົ່າຕົວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນແຕ່ກ່ອນຢ່າງຈະແຈ້ງ.
1.3- ແນວທາງປ່ຽນແປງໃໝ່ໄດ້ກຳນົດທິດທາງຢ່າງຖືກຕ້ອງ ແລະ ຮັບປະກັນການປັບປຸງບູລະນະລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ, ເປັນຕົ້ນ ແມ່ນໄດ້ເຮັດ ໃຫ້ບົດບາດ ການນຳພາຂອງພັກໄດ້ຮັບການເຊີດຊູສູງຂຶ້ນ ແລະ ເຮັດໃຫ້ຄວາມສາມັກຄ ີປອງດອງ ຂອງປວງຊົນລາວບັນດາເຜົ່າແໜ້ນແຟ້ນຂຶ້ນ. ພ້ອມກັນນັ້ນກໍເຮັດໃຫ້ການພົວພັນຮ່ວມມືກັບຕ່າງປະເທດ ນັບມື້ນັບເປີດກວ້າງ ອອກ ແລະ ບົດບາດ ອິດທິພົນຂອງພັກ ກໍຄື ຂອງປະເທດເຮົາສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.
2)- ກອງປະຊຸມໃຫຍ່ ໄດ້ຢືນຢັນ ກ່ຽວກັບການເສີມຂະຫຍາຍ 5 ບົດຮຽນແຫ່ງການປ່ຽນແປງໃໝ່ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຂັ້ນຕໍ່ໄປ ຄື :
2.1- ຕ້ອງສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ ຕິດແໜ້ນກັບການເຊີດຊູນ້ຳໃຈຮັກຊາດ, ເສີມຂະຫຍາຍຈິດໃຈ ເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຖືອັນນີ້ເປັນປັດໄຈຕັດສິນຜົນສຳເລັດຂອງພາລະກິດປ່ຽນແປງໃໝ່.
2.2- ຕ້ອງຢຶດໝັ້ນໃນແນວທາງ ອີງໃສ່ປະຊາຊົນ, ເສີມຂະຫຍາຍກຳລັງແຮງອັນມະຫາສານຂອງປະຊາຊົນ ແລະ ເຮັດທຸກສິ່ງ ທຸກຢ່າງເພື່ອຜົນປະໂຫຽດ ຂອງປະຊາຊົນ, ເດັດດ່ຽວສະກັດກັ້ນ ແລະ ກຳຈັດປັດເປົ່າ ພະຍາດ ອາດຍາສິດ.
2.3- ປ່ຽນແປງໃໝ່ ຕ້ອງຮັບປະກັນສະຖຽນລະພາບທາງການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເອົາບັນຫານີ້ເປັນພື້ນຖານ ໃຫ້ແກ່ການສ້າງສາພັດທະນາ; ການສືບຕໍ່ພາລະກິດ ປ່ຽນແປງໃໝ່ ຕ້ອງດຳເນີນໄປຢ່າງຄົບຊຸດ, ຮອບຄອບ ດ້ວຍບາດກ້າວອັນເໝາະສົມ ໂດຍຢຶດ ໝັ້ນ 6 ຫລັກການ ພື້ນຖານ.
2.4- ປັບປຸງ ແລະ ເພີ່ມທະວີບົດບາ ນຳພາຂອງພັກ ໃນທຸກຂົງເຂດວຽກງານ, ພ້ອມກັນນັ້ນ ກໍ່ເຊີດຊູຄວາມສັກສິດ ແຫ່ງການຄຸ້ມຄອງຂອງລັດຕາມກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຮັບປະກັນໃຫ້ການສ້າງສາ ພັດທະນາ ດຳເນີນໄປຖືກຕາມແນວທາງ ແລະຈຸດໝາຍຂອງພັກ.
2.5- ຕັ້ງໜ້າປະຕິບັດທິດນຳແຫ່ງການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ, ຍາດແຍ່ງເອົາການສະໜັບສະໜູນ ຊ່ວຍເຫລືອຈາກສາກົນຢ່າງມີຫລັກການ ເພື່ອຊຸກຍູ້ການສ້າງສາ ພັດທະນາປະເທດຊາດ ໃຫ້ກາວໜ້າຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
3)- ໂດຍກຳແໜ້ນທ່າອ່ຽງລວມຂອງສະພາບແວດລ້ອມສາກົນ ແລະສະພາວະຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ຂອງປະເທດເຮົາ, ກອງປະຊຸມໃຫຍ່ ໄດ້ເຫັນພ້ອມຮັບຮອງເອົາຄາດໝາຍສູ້ຊົນ ສຳລັບໄລຍະຮອດປີ 2020 ແລະປີ 2010 ດັ່ງນີ້:
3.1- ເມື່ອຮອດປີ 2020 :
- – ປະເທດເຮົາຕ້ອງຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ, ເປັນປະເທດທີ່ມີຄວາມໝັ້ນຄົງທາງການເມືອງ ແລະ ມີຄວາມສະຫງົບປອດໄພທາງສັງຄົມ ທີ່ໜັກແໜ້ນ;
- – ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ ດ້ວຍຈັງວະໄວພໍສົມຄວນ;
- – ປະຊາຊົນມີຊີວິດການເປັນຢູ່ ລື່ນລະດັບປັດຈຸບັນ 3 ເທົ່າ, ເສດຖະກິດແຫ່ງຊາດມີພື້ນຖານອັນໝັ້ນຄົງ ດ້ວຍໂຄງປະກອບກະສິກຳ-ປ່າໄມ້ ຕິດແໜ້ນ ກັບອຸດສາຫະກຳ ແລະ ການບໍລິການ ທີ່ມີຄວາມສົມສ່ວນ ແລະ ຕັ້ງໜ້າ, ມີຄວາມສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ;
- – ບັນດາພາກສ່ວນເສດຖະກິດ ລ້ວນແຕ່ມີກຳລັງແຮງ ແລະ ຂະຫຍາຍຕົວຢ່າງກົມກຽວ, ໃນນັ້ນ ພາກສ່ວນເສດຖະກິດຂອງລັດ ແລະ ພາກສ່ວນເສດຖະກິດ ຮ່ວມມືຂອງປະຊາຊົນ ກວມສ່ວນຫລາຍ ໃນເສດຖະກິດແຫ່ງຊາດ;
- – ເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ ໄດ້ເປັນລະບົບ ແລະ ມີປັດໄຈພື້ນຖານ ແຫ່ງການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ.
- – ລະບົບການເມືອງປະຊາທິປະໄຕ ປະຊາຊົນ ທີ່ມີພັກເປັນແກນນຳ ມີຄວາມໜັກແໜ້ນ, ທາດແທ້ຂອງລັດ ທີ່ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ສະແດງອອກຢ່າງຈະແຈ້ງ, ສິດທິຂອງພົນລະເມືອງ ມີການຮັບປະກັນ ດ້ວຍການຄຸ້ມຄອງຕາມກົດໝາຍຢ່າງສັກສິດ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີເງື່ອນໄຂພັດທະນາຕົນເອງທີ່ດີຂຶ້ນ ໂດຍມີລະດັບການສຶກສາຈົບຊັ້ນປະຖົມ ໃນນັ້ນ ສ່ວນໃຫຍ່ ແມ່ນຈົບມັດທະຍົມ ຕອນຕົ້ນ ແລະ ໄດ້ຮັບການບໍລິການດ້ານສາທາລະນະສຸກ ຢ່າງທົ່ວເຖິງ ແລະ ມີຄຸນນະພາບ;
- – ວັດທະນະທຳອັນດີງາມຂອງຊາດໄດ້ຮັບການປົກປັກຮັກສາ ແລະ ພັດທະນາໃຫ້ອຸດົມຮັ່ງມີຕື່ມອີກ;
- – ສປປລາວ ມີການພົວພັນຮ່ວມມືອັນກວ້າງຂວາງກັບສາກົນ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະເທດຊາດ ແລະ ສາມາດເຂົ້າຮ່ວມກັບປະຊາຄົມໂລກ ໃນພາ ລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ.
3.2- ສຳລັບໄລຍະ ແຕ່ 2006 ຮອດປີ 2010 ແມ່ນ:
- – ເຮັດໃຫ້ທົ່ວປະເທດມີສະຖຽນລະພາບອັນໜັກແໜ້ນ, ສ້າງເງື່ອນໄຂອຳນວຍໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບຕໍ່ເນື່ອງ, ບັນລຸຄາດໝາຍ 7,5% ຂຶ້ນໄປ ໃນແຕ່ລະປີ, ດ້ວຍການພັດທະນາຂະແໜງການກະສິກຳ-ປ່າໄມ້ ຕິດແໜ້ນກັບອຸດສາຫະກຳ ແລະ ການບໍລິການຢ່າງແຂງແຮງ ແລະມີຈຸດສຸມ.
- – ສ້າງໂຄງປະກອບທີ່ມີຄວາມສົມສ່ວນຫລາຍຂຶ້ນ ແລະ ມີດ້ານທັນສະໄໝ, ເສີມຂະຫຍາຍກຳລັງແຮງຂອງທຸກພາກສ່ວນເສດຖະກິດ ແລະ ການພົວພັນ ຮ່ວມມືກັບຕ່າງປະເທດຢ່າງແຂງແຮງ.
- – ບົນພື້ນຖານການຜະລິດກະສິກຳທີ່ໜັກແໜ້ນ ແລະ ການຂຸດຄົ້ນຂະແໜງການ ທີ່ເປັນທ່າແຮງຢ່າງມີປະສິດທິຜົນນັ້ນ ການຖາງປ່າເຮັດໄຮ່ປູກເຂົ້າ ຕ້ອງຢຸດຕິ ຢ່າງສິ້ນເຊີງ ໂດຍມີອາຊີບໃໝ່ປ່ຽນແທນທີ່ໝັ້ນຄົງ, ຄອບຄົວທີ່ທຸກຍາກ ໄດ້ຮັບການແກ້ໄຂໂດຍພື້ນຖານ.
- – ປະເທດເຮົາມີພື້ນຖານໂຄງລ່າງເສດຖະກິດ-ເຕັກນິກ, ວັດທະນະທຳ, ວິທະຍາສາດ ແລະ ບຸກຄະລາກອນທີ່ມີຄຸນນະພາບ ຈຳນວນໜຶ່ງ ເພື່ອຮອງຮັບການຫັນ ເປັນທັນສະໄໝ;
- – ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳ ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຕື່ມ; ລາຍໄດ້ສະເລ່ຍຢູ່ໃນລະດັບ 800 ໂດລາ ຕໍ່ຄົນຕໍ່ປີ.

4)- ສູ້ຊົນປະຕິບັດ 7 ທິດທາງ, ໜ້າທີ່ລວມ ດັ່ງນີ້ :
4.1- ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຄວາມເປັນປຶກແຜ່ນໃນທົ່ວປວງຊົນ, ຍົກສູງຈິດໃຈສູ້ຊົນ, ຄວາມດຸໝັ່ນປະດິດສ້າງ ແລະ ນ້ໍາໃຈຮັກຊາດ ເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍຖືເອົາການ ພັດທະນາເສດຖະກິດເປັນໃຈກາງ, ຍູ້ແຮງການເຕີບໂຕທາງເສດຖະກິດ ຕິດພັນກັບການແກ້ໄຂບັນຫາສັງຄົມ, ຮັບປະກັນໃຫ້ການຂະຫຍາຍ ຕົວດຳເນີນ ໄປຖືກ ຕາມຈຸດໝາຍສັງຄົມນິຍົມ, ກ້າວໄປທັນກັບກະແສການພັດທະນາຂອງໂລກ, ກຳຈັດພະຍາດອາດຍາສິດ ແລະ ການສໍ້ລາດບັງຫລວງ; ສະກັດກັ້ນການ ຫັນປ່ຽນໂດຍສັນຕິ ຂອງອິດທິກຳ ລັງປໍລະປັກ.
4.2- ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຢູ່ພາຍໃນປະເທດຢ່າງສຸດຂີດ ໂດຍອີງໃສ່ຄົນລາວ ແລະ ຊັບພະຍາກອນຂອງຊາດທີ່ເຮົາມີ ສົມທົບກັບການ ເປັນເຈົ້າການຍາດແຍ່ງເອົາການຮ່ວມມືຈາກພາຍນອກ; ເພີ່ມທະວີການ ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເພີ່ມຄວາມເປັນເຈົ້າການ ແລະ ຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນ ໃນການເຊື່ອມໂຍງກັບບັນດາປະເທດໃນພາກພື້ນ ແລະໃນໂລກ ເພື່ອຍູ້ການຜະລິດ ແລະ ການ ບໍລິການໃຫ້ຂະຫຍາຍຕົວ; ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະເທດຊາດ.
4.3- ຂະຫຍາຍກຳລັງການຜະລິດ ຕິດພັນກັບການສ້າງ ແລະ ປັບປຸງການພົວພັນການຜະລິດໃຫ້ສອດຄ່ອງ ດ້ວຍການເສີມຂະຫຍາຍກຳລັງແຮງ ແລະ ຄຸນປະໂຫຍດຂອງທຸກພາກສ່ວນເສດຖະກິດ ໄປຄຽງຄູ່ກັບການປັບປຸງ ແລະກໍ່ສ້າງພາກສ່ວນເສດຖະກິດຂອງລັດ ແລະ ພາກສ່ວນເສດຖະກິດຮ່ວມມື ຂອງປະຊາຊົນໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ເພື່ອເປັນຫລັກແຫລ່ງ ແລະ ສາມາດດຳລົງບົດບາດເປັນເຈົ້າພາທາງ; ປະຕິບັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ບົນພື້ນຖານການນຳໃຊ້ເຕັກໂນໂລຢີໃໝ່ເຂົ້າໃນບາງຂົງເຂດ, ບາງຂະແໜງການທີ່ເປັນທ່າແຮງ ແລະ ເສດຖະກິດຊົນນະບົດ ເຊັ່ນ: ກະສິກຳ-ປ່າໄມ້, ອຸດສາຫະກຳປຸງແຕ່ງ, ຂະແໜງໄຟຟ້າ ໂດຍສະເພາະ ໄຟຟ້ານ້ຳຕົກ; ການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ຂະແໜງບໍ່ແຮ່ ເພື່ອສ້າງໂຄງປະກອບ ເສດຖະກິດ ກະສິກຳ-ປ່າໄມ້ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ ກໍຄື ໂຄງປະກອບເສດຖະກິດ ຕາມເຂດແຄວ້ນ ໃຫ້ເປັນຕົນ ເປັນຕົວຂຶ້ນຢ່າງສອດຄ່ອງໃນທົ່ວປະເທດ.
4.4- ຕັ້ງໜ້າສົ່ງເສີມເສດຖະກິດຄອບຄົວ (ເສດຖະກິດຄອບຄົວ ທຳມະດາ, ເສດຖະກິດຄອບຄົວແບບເປີດກວ້າງ) ເພື່ອຍົກລະດັບລາຍໄດ້ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປພ້ອມກັບການລົງທຶນເປັນໂຄງການ ຕາມບໍລິເວນເຂດແຄວ້ນທີ່ເປັນຈຸດສຸມ ເພື່ອຊ່ວຍໜູນເສດຖະກິດຄອບຄົວໃຫ້ຂະຫຍາຍຕົວ. ພ້ອມກັນນັ້ນກໍ່ສ້າງການສະສົມເພື່ອມີທຶນຮອນພັດທະນາຢ່າງເປັນ ເຈົ້າການໃນຂັ້ນຕໍ່ໄປ.
4.5- ເອົາໃຈໃສ່ພັດທະນາການສຶກສາ, ສາທາລະນະສຸກ ແລະ ວັດທະນະທໍາ ແນໃສ່ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ມີສີມື, ມີວິຊາການ ແລະ ພະລານາໄມສົມບູນໃຫ້ໄດ້ ເພື່ອສາມາດຕອບສະໜອງ ຄວາມຮຽກ ຮ້ອງຕ້ອງການຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
4.6- ສືບຕໍ່ປັບປຸງລະບົບການເມືອງ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສຶກສາອົບຮົມ ແລະ ບຳລຸງຖັນແຖວສະມາຊິກພັກ ໃຫ້ເປັນແບບຢ່າງ ນຳໜ້າໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດທີ່ສົດ ໃສກ້າວໜ້າ; ສ້າງລັດເຮົາໃຫ້ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ; ດຳເນີນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍຢ່າງສັກສິດ, ແກ້ໄຂບັນຫາສັງຄົມ ໃຫ້ມີປະສິດທິພາບ, ເສີມສ້າງ ອະລິຍະທຳທາງດ້ານຈິດໃຈ ແລະ ຄວາມຍຸຕິທຳ ໃນສັງຄົມ.
4.7- ດຳເນີນວຽກງານກໍ່ສ້າງຮາກຖານໃຫ້ໄດ້ດີ ດ້ວຍການດຳເນີນມາດຕະການຫັນວຽກ, ຫັນກຳລັງພະນັກງານ, ພາຫະນະ, ທຶນຮອນລົງສູ່ຮາກຖານ, ລົງເຖິງປະຊາຊົນ; ສຶກສາອົບຮົມ, ຈັດຕັ້ງ ແລະ ນຳພາປະຊາຊົນປະຕິບັດ ວຽກງານຕ່າງໆ ດ້ວຍຄວາມຕື່ນຕົວເປັນເຈົ້າການ ແລະ ເປັນຂະບວນການອັນ ກວ້າງຂວາງ ແລະ ຕໍ່ເນື່ອງຢູ່ແຕ່ລະຮາກຖານ.