ສູນທອນພົດຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

ນະຄອນຫລວງວຽງຈັນ, ວັນທີ 13 ມັງກອນ 20121, ປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ X, ມື້ນີ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດອັນເບີກບານມ່ວນຊື່ນທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຫາກໍສຳເລັດການຈັດຕັ້ງການສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 100 ປີ ເຊິ່ງໄດ້ສະຫລຸບຕີລາຄາຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາ ຕະຫລອດໄລຍະການກຳອຳນາດຂອງພັກເຮົາທີ່ຜ່ານມາ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາ ແມ່ນເຫດການການເມືອງທີ່ສຳຄັນຍິ່ງ ແລະ ທັງເປັນຂີດໝາຍປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ດ້ານປະລິມານ ແລະ ຄຸນນະພາບຂອງພັກເຮົາ ໃນໄລຍະໃໝ່ ຢູ່ໃນສະພາບແວດລ້ອມພາຍໃນປະເທດ ແລະ ໃນໂລກ ທີ່ມີຄວາມຜັນແປຢ່າງສະຫລັບສັບຊ້ອນ ເຊິ່ງມີທັງ ກາລະໂອກາດ, ສິ່ງອຳນວຍ ແລະ ມີທັງສິ່ງທ້າທາຍທົດສອບໃຫຍ່ຫລວງຢ່າງທີ່ພວກເຮົາຕ້ອງສືບຕໍ່ຜ່ານຜ່າ. ໃນໂອກາດອັນສະຫງ່າລາສີນີ້ ໃນນາມປະທານກອງປະຊຸມໃຫຍ່ ຂ້າພະເຈົ້າຂໍສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາສະຫາຍຜູ້ແທນທົ່ວປະເທດ ຄັ້ງທີ XI ຈຳນວນ 768 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄືປະຊາຊົນລາວບັນດາເຜົ່າ ມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້ ຢ່າງສຸດອົກສຸດໃຈ.

ບັນດາສະຫາຍທີ່ນັບຖື ແລະ ຮັກແພງ!

ໃນວາລະອັນຄຶກຂຶມນີ້ ກອງປະຊຸມໃຫຍ່ຂອງພວກເຮົາຍິ່ງມີຄວາມອາໄລອາວອນ ຢ່າງສຸດຊຶ້ງ ແລະ ຄິດຄະນຶງເຖິງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ລູກຫລານຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ, ກໍ່ສ້າງພັກເຮົາ ກໍ່ສ້າງກໍາລັງປະກອບອາວຸດປະຕິວັດ, ຜູ້ນໍາພາພາລະກິດຕໍ່ສູ້ກູ້ຊາດ ແລະ ກໍ່ຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ພ້ອມກັນນີ້, ພວກເຮົາຂໍສະແດງຄວາມ ອາໄລອາວອນ, ຈົດຈໍາລໍ້າລຶກວິລະກໍາອັນລໍ້າເລີດ, ຄຸນງາມ ຄວາມດີ ແລະ ການເສຍສະຫລະ ອັນໃຫຍ່ຫລວງຂອງບັນດາສະຫາຍຜູ້ນໍາຂອງພັກ ແລະ ລັດເຮົາ ແຕ່ລະຮຸ່ນ ກໍຄືພະນັກງານ ສະມາຊິກພັກ, ນັກຮົບປະຕິວັດ, ຜູ້ຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດ ເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸຊັບສິນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນລາວບັນດາເຜົ່າ ແລະ ເພື່ອອຸດົມການສັງຄົມນິຍົມທີ່ພັກເຮົາໄດ້ເລືອກໄວ້. ຂ້າພະເຈົ້າ ສະເໜີໃຫ້ບັນດາສະຫາຍທັງຫລາຍ ຈົ່ງພ້ອມກັນຢືນຂຶ້ນ ກົ້ມຫົວໄຫວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍເຫລົ່ານັ້ນ 30 ວິນາທີ.

ບັນດາສະຫາຍທີ່ຮັກແພງທັງຫລາຍ!

ມາຮອດປັດຈຸບັນ ລະບອບປະຊາທິປະໄຕ ປະຊາຊົນ ຢູ່ປະເທດເຮົາ ໄດ້ຢ່ວງຂ້າມ ປີທີ 45 ແລະ ການປະຕິບັດພາລະກິດປ່ຽນແປງໃໝ່ ກໍໄດ້ດໍາເນີນມາເປັນເວລາ 35 ປີແລ້ວ. ຕະຫລອດໄລຍະດັ່ງກ່າວ ພວກເຮົາຍາດໄດ້ຜົນສໍາເລັດໃຫຍ່ຫລວງຫລາຍດ້ານ ແຕ່ກໍຍັງມີຫລາຍບັນຫາສໍາຄັນທີ່ພັກເຮົາຕ້ອງໄດ້ສະຫລຸບຕີລາຄາໃຫ້ຖືກຕ້ອງ, ເລິກເຊິ່ງ, ຮອບດ້ານ ແລະ ພາວະວິໄສ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການກໍານົດທິດທາງ, ໜ້າທີ່ການເມືອງ ເພື່ອສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະ ຊາຊົນ ໃນຕໍ່ໜ້າຕາມຈຸດໝາຍ ຂອງພັກເຮົາທີ່ວາງໄວ້ໃຫ້ນັບມື້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນເທື່ອລະກ້າວ.

ເມື່ອຫວນເບິ່ງຄືນການນໍາພາ-ຊີ້ນໍາຂອງສູນກາງ ໃນການຈັດຕັ້ງປະຕິບັດ ມະຕິ X ຂອງພັກ ຕະ ຫລອດໄລຍະ 5 ປີຜ່ານມາ ໃນທ່າມກາງສະພາບແວດລ້ອມ ສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາສັບສົນ ຄາດການໄດ້ຍາກ ແລະ ການແຜ່ລະບາດ ຢ່າງໜັກໜ່ວງຂອງພະຍາດໂຄວິດ-19 ເຊິ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ ເຫັນວ່າ ຂະບວນການພັດທະນາ ສ້າງສາປະເທດຊາດ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫລາຍດ້ານ: ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພວກເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດເຫດການຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດ ຂອງປະຊາຊົນ ບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບການແກ້ໄຂ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດ ກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບການເຄື່ອນໄຫວ ຕາມທິດ ປົກຄອງດ້ວຍກົດໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນ ຢ່າງຕໍ່ເນື່ອງ ຕາມທິດ ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ສ້າງການ ຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ.

ຕະຫລອດໄລຍະໜຶ່ງສະໄໝຜ່ານມາ ເຖິງວ່າພັກ ແລະ ລັດເຮົາ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກ ດ້ວຍຄວາມບຸກບືນສູ້ຊົນສູງປານໃດກໍຕາມ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊິ່ງບັນຫາໃຫຍ່ກໍຍັງແມ່ນບັນຫາທີ່ພວກເຮົາ ໄດ້ຕີລາຄາ ຢ່າງກົງ ໄປກົງມາ ກ່ອນໜ້ານີ້ແລ້ວ. ທັງໝົດເຫລົ່ານັ້ນ ລ້ວນແຕ່ຊີ້ບອກເຖິງສະພາວະ ຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ເພື່ອເປັນພື້ນຖານ ໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີການຫັນປ່ຽນ ໄປສູ່ລວງເລິກໄດ້ຢ່າງແທ້ຈິງ. ບັນຫາລະອຽດ ແຕ່ລະດ້ານ ແມ່ນໄດ້ກໍານົດໄວ້ໃນລາຍງານການເມືອງ ແລະ ເອກະສານສໍາຄັນຕົ້ນຕໍ ຂອງກອງປະຊຸມໃຫຍ່ ຢ່າງຄົບຖ້ວນສົມບູນສົມຄວນແລ້ວ ເຊິ່ງພວກເຮົາ ຈະໄດ້ພ້ອມກັນລົງເລິກຄົ້ນຄວ້າພິຈາລະນາ ໃນວາລະຕໍ່ໄປ.

ບັນດາສະຫາຍທີ່ຮັກແພງທັງຫລາຍ !

ອີງຕາມກົດລະບຽບຂອງພັກ, ຄະນະບໍລິຫານງານສູນກາງ ສະໄຫມທີ X ໄດ້ອອກມະຕິກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງທັນການ. ແຕ່ນັ້ນມາ, ການກະກຽມດ້ານຕ່າງໆໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງພັກເຮົາກໍໄດ້ດໍາເນີນຢ່າງແຂງແຮງ, ຕໍ່ເນື່ອງ, ເປັນລໍາດັບ ແລະເປັນລະບົບ, ພວກເຮົາໄດ້ປຸກລະດົມ ສ້າງຂະບວນການໃນທຸກຂົງເຂດວຽກງານ ໂດຍຖືເອົາການກະກຽມກອງປະຊຸມໃຫຍ່ ຕິດພັນກັບການສະເຫລີມສະຫລອງວັນບຸນປະຫວັດສາດອັນສໍາຄັນຂອງພັກ ແລະ ຂອງຊາດ ເຊິ່ງອົງຄະນະພັກຂັ້ນຕ່າງໆ ແລະ ບັນດາສະຫາຍສະມາຊິກພັກທຸກຖ້ວນໜ້າ ໄດ້ເປັນເຈົ້າ ການເສີມຂະຫຍາຍບົດບາດການນໍາພາ ແລະ ເຂົ້າຮ່ວມໃນທຸກຂະບວນການຢ່າງແຂງແຮງ ແລະ ມີເນື້ອໃນອັນເລິກເຊິ່ງ. ອັນພົ້ນເດັ່ນ ແມ່ນພວກເຮົາໄດ້ເອົາຂະບວນການກະກຽມ ກອງປະຊຸມໃຫຍ່ຂອງພັກຄັ້ງນີ້ ຕິດພັນກັບການປັບປຸງປົວແປງພັກ ໂດຍຜ່ານບັ້ນດໍາເນີນຊີວິດການເມືອງກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຢ່າງທົ່ວເຖິງ, ເລິກເຊິ່ງ ແລະ ເຮັດເປັນຫລາຍບາດກ້າວຕາມທິດສ້າງພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຜ່ານຂະບວນການເຫລົ່ານັ້ນ ພັກເຮົາໄດ້ຮັບການປັບປຸງ, ບູລະນະທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ ຕື່ມອີກກ້າວໜຶ່ງ; ສະມາຊິກພັກຂອງພວກເຮົາກໍໄດ້ຮັບການປັບປຸງປົວແປງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຍົກລະດັບ ທາງດ້ານຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ ໃຫ້ສົມຄູ່ກັບໜ້າທີ່ການເມືອງ ໃນໄລຍະໃໝ່.

ພ້ອມກັນນັ້ນ, ໃນເວລາກະກຽມຕົວຈິງ ພວກເຮົາ ຍັງໄດ້ນໍາເອົາຮ່າງລາຍງານການເມືອງ, ຮ່າງກົດລະບຽບພັກສະບັບປັບປຸງ ແລະ ຮ່າງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ລົງທາບທາມຄວາມເຫັນ ຂອງອົງຄະນະພັກ ກໍຄືຖັນແຖວສະມາຊິກພັກ ແລະ ພາກສ່ວນຕ່າງໆ ຢ່າງກວ້າງຂວາງ ໃນທົ່ວປະເທດ ດ້ວຍຮູບການອັນເໝາະສົມ, ອັນໄດ້ສ້າງໂອກາດໃຫ້ສະມາຊິກພັກ, ມະຫາຊົນກໍຄືທຸກພາກສ່ວນໃນສັງຄົມ ໄດ້ເຊີດຊູຈິດໃຈເປັນເຈົ້າຂອງປະເທດຊາດ ແລະ ເສີມຂະຫຍາຍປະຊາທິປະໄຕ ຢ່າງເປັນຮູບປະທໍາຕົວຈິງ, ປະກອບຄວາມຄິດຄວາມເຫັນ ກ່ຽວກັບບັນຫາສໍາຄັນຕ່າງໆ ທີ່ສ່ອງແສງຢ່າງຖືກຕ້ອງກັບສະພາວະຄວາມເປັນຈິງ ຂອງປະເທດຊາດ, ຖືກກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກເຮົາເທື່ອນີ້ ໄດ້ກາຍເປັນຜະລິດຕະພັນລວມຍອດແຫ່ງສະຕິປັນຍາ ຂອງທົ່ວພັກ, ທົ່ວປວງຊົນລາວທັງຊາດ.

ສາມາດເວົ້າໄດ້ວ່າ ການກະກຽມກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ກາຍເປັນຂະບວນການອັນກວ້າງຂວາງຂອງມະຫາຊົນ, ເປັນການປະກອບສ່ວນອັນສໍາຄັນເຮັດໃຫ້ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ດໍາເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດສໍາຄັນໃຫຍ່ຫລວງຫລາຍດ້ານ.

ບັນດາສະຫາຍທີ່ຮັກແພງ!

ອີງໃສ່ກົດລະບຽບຂອງພັກສະໄໝ ທີ X ແລະ ມູນເຊື້ອອັນດີງາມຂອງພັກເຮົາ ກໍຄືບັນດາຫລັກການແຫ່ງການປ່ຽນແປງໃໝ່ ທີ່ພັກເຮົາໄດ້ວາງອອກນັ້ນ ກອງປະຊຸມໃຫຍ່ ຂອງພວກເຮົາ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ.

ກອງປະຊຸມໃຫຍ່ຂອງພວກເຮົາຄັ້ງນີ້ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບສະບັບປັບປຸງ ແນໃສ່ສ້າງພັກເຮົາ ໃຫ້ນັບມື້ເຕີບໃຫຍ່ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກ້າວຂຶ້ນເຮັດຫລ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າຂອງຕົນ ໃນໄລຍະໃໝ່. ໜ້າທີ່ສໍາຄັນອັນໜຶ່ງອີກ ຂອງກອງປະຊຸມໃຫຍ່ ແມ່ນຈະໄດ້ສໍາຫລວດຕີລາຄາ ການນໍາພາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ສະແດງອອກເຖິງ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງພັກ, ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວ ການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນ ປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາ ບັນດາສະຫາຍ ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອຫາບແບກພາລະໜ້າທີ່ ອັນໜັກໜ່ວງ ທີ່ພັກ ແລະ ປະເທດຊາດ ໄດ້ມອບໝາຍໃຫ້.

ທິດທາງໜ້າທີ່ຕ່າງໆທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາໃຫຍ່ ແລະ ສໍາຄັນ ທີ່ພົວພັນເຖິງຊະຕາກໍາຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ. ຂ້າພະເຈົ້າ ຫວັງວ່າ ບັນດາ ສະຫາຍຜູ້ແທນກອງປະຊຸມໃຫຍ່ຈະເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະ ປະກອບຄວາມເຫັນ ຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງ ດ້ວຍຈິດໃຈປະຕິວັດບຸກ ເຮັດໃຫ້ກອງປະຊຸມໃຫຍ່ຂອງພວກເຮົາ ບັນລຸຜົນສໍາເລັດ ຕາມຈຸດປະສົງຄາດໝາຍ ຢ່າງສະຫງ່າງາມ.

Leave a Reply

Your email address will not be published. Required fields are marked *