ລາຍງານຈາກກູ້ໄພໃຫ້ຮູ້ວ່າ ເວລາປະມານ 19:10 ວັນທີ 12/1/2021 ໄດ້ຮັບແຈ້ງ ເຫດລົດ 22 ລໍ້ປິ້ນ ເຂດບ້ານປົ່ງດົງ ເມືອງນານ ແຂວງຫຼວງພະບາງ.

ເວລາ 19:10 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີ ອຸບັດຕິເຫດຂັບຂີ່ລົດພວງ22ລໍ້ເສຍຫລັກປີ້ນລົງຂ້າງທາງ ຢູ່ເສັ້ນທາງ ບ້ານປົງດົ່ງ ເມືອງນານ ແຂວງຫລວງພະບາງ.

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບເຫດພົບຜູ້ບາດເຈັບເພດຊາຍ02ຄົນ, ເສຍຊີວິດຄາທີ່01ຄົນ ອາການບາດເຈັບເບື້ອງຕົ້ນ:

-ຜູ່ທີ່01:ຊື່ທ້າວບຸນທະວີ,ອາຍຸ26ປີ,ບ້ານຢູ່ປັດຈຸບັນບ້ານ ຫນອງຂຽວ, ເມືອງງອຍ, ແຂວງຫລວງພະບາງ ແມ່ນມີບາດແຜຈີກໃຫຍ່ຢູ່ຄິ້ວ, ບີແຄ່ງເບື້ອງຂວາແລະຫົວເຂົ່າເບື້ອງຊ້າຍ

-ຜູ່ທີ່02:ຊື່ທ້າວຕັນ ອາຍຸ25ປີ ບ້ານຢູ່ປັດຈຸບັນບ້ານຊາງ ເມືອງນ້ຳບາກ ແຂວງຫລວງພະບາງ ແມ່ນເສຍຊີວິດຄາທີ່ (ຕິດຢູ່ໃນລົດຕອນນີ້ແມ່ນບໍ່ສາມາດນຳຮ່າງອອກມາຈາກໃນລົດໄດ້ເນື່ອງຈາກບໍ່ມີອຸປະກອນຕັດຖາງ)

ດັ່ງນັ້ນທາງຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວໂຮງຫມໍແຂວງຫລວງພະບາງ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

.

.

.

.

.

.

.

.

.

.

ຄລິບລາຍງານສົດ

Leave a Reply

Your email address will not be published. Required fields are marked *