ປະຫວັດຄວາມເປັນມາຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ.

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ (12-14/3/2001)

  • – ດຳເນີນແຕ່ວັນທີ 12-14 ມີນາ 2001, ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກ.
  • – ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 452 ສະຫາຍ ທີ່ມາຈາກບັນດາຂະແໜງການອ້ອມຂ້າງສູນກາງ, ທ້ອງຖິ່ນແລະຮາກຖານຕ່າງໆ ໃນທົ່ວປະເທດ ເຊິ່ງເປັນ ຕົວແທນໃຫ້ສະມາຊິກພັກທັງໝົດ ຈຳນວນ 100.000 ກວ່າສະຫາຍ.
  • – ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ 53 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກເລືອກເອົາກົມການເມືອງ 11 ສະຫາຍ ແລະ ເລືອກເອົາ ສະຫາຍ ຄຳໄຕ ສີພັນດອນ ເປັນປະທານຄະນະບໍລິຫານງານສູນກາງພັກ ເປັນສະໄໝທີ 2.

* ເນື້ອໃນຕົ້ນຕໍໂດຍຫຍໍ້ຂອງມະຕິ:

1)- ຖອດຖອນໄດ້ບົດຮຽນ 5 ປະການ ຄື:

  • + ຢຶດໝັ້ນໃນລັດທິມາກ-ເລນິນ ແລະຈຸດໝາຍສັງຄົມນິຍົມ.
  • + ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ປະຕິບັດຫລັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ.
  • + ເອົາໃຈໃສ່ສ້າງກຳລັງທີ່ຈົງຮັກພັກດີ, ໂດຍສະເພາະ ແມ່ນຜູ້ເປັນຫລັກແຫລ່ງນຳພາແຕ່ລະຂັ້ນ.
  • + ຢຶດໝັ້ນໃນທັດສະນະມະຫາຊົນ, ຖືປະຊາຊົນເປັນກົກ.
  • + ສ້າງສະພາບແວດລ້ອມພາຍໃນ ແລະ ພາຍນອກອັນອຳນວຍ.

2)- ກ່ຽວກັບທິດທາງ ໜ້າທີ່ຈຸດສຸມ:

* ຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2020:

  • – ເຮັດໃຫ້ປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາ, ເປັນປະເທດທີ່ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບ-ປອດໄພທາງສັງຄົມ ຢ່າງໜັກແໜ້ນ; ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ ດ້ວຍຈັງຫວະໄວພໍສົມຄວນ; ປະຊາຊົນມີຊີວິດການເປັນຢູ່ລື່ນລະດັບ ປະຈຸບັນ 3 ເທົ່າ,
  • ເສດຖະກິດແຫ່ງຊາດ ມີພື້ນຖານອັນໝັ້ນຄົງດ້ວຍໂຄງປະກອບກະສິກໍາ-ປ່າໄມ້ຕິດແໜ້ນກັບ ອຸດສາຫະກຳ ແລະ ບໍລິການທີ່ມີຄວາມສົມສ່ວນ ແລະ ຕັ້ງໜ້າ; ເສດຖະກິດຕະຫລາດທີ່ມີການຄຸ້ມຄອງຂອງລັດ ໄດ້ເປັນລະບົບ ແລະ ມີປັດໄຈພື້ນຖານແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ບັນດາພາກສ່ວນ ເສດຖະກິດລ້ວນ ແຕ່ຂະຫຍາຍຕົວຢ່າງກົມກຽວ ແລະ ເປັນອົງປະກອບກໍາລັງແຮງຂອງເສດຖະກິດແຫ່ງຊາດ, ໃນນັ້ນ ພາກສ່ວນເສດຖະກິດຂອງລັດ ແລະ ພາກສ່ວນເສດຖະກິດຮ່ວມມືຂອງປະຊາຊົນກວມສ່ວນຫລາຍໃນເສດຖະກິດແຫ່ງ ຊາດ.
  • ລະບົບການເມືອງທີ່ມີພັກປະຊາຊົນ ປະຕິວັດລາວເປັນ ແກນນຳມີຄວາມໜັກແໜ້ນ, ລັກສະນະລັດຂອງປະຊາບຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ສະແດງອອກຈະແຈ້ງ, ສິດທິຂອງພົນລະເມືອງມີການຮັບປະກັນ ດ້ວຍການຄຸ້ມຄອງຕາມກົດໝາຍທີ່ສັກສິດ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນ, ມີລະດັບການສຶກສາທົ່ວໄປຈົບມັດທະຍົມຕອນຕົ້ນ, ໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ ແລະ ມີເງື່ອນໄຂພັດທະນາຕົນເອງດີຂຶ້ນ; ວັດທະນະທຳອັນດີງາມ ຂອງຊາດໄດ້ຮັບການປົກປັກຮັກສາ ແລະ ພັດທະນາໃຫ້ອຸດົມຮັ່ງມີຕື່ມອີກ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີການພົວພັນຮ່ວມມືກວ້າງຂວາງກັບນາໆຊາດ ເພື່ອຜົນປະໂຫຍດອັນຊອບທໍາຂອງຊາດ ແລະ ສາມາດເຂົ້າຮ່ວມໃນການເຄື່ອນໄຫວສາກົນໄດ້ຢ່າງເປັນເຈົ້າການ.

* ຄາດໝາຍສູ້ຊົນສຳລັບໄລຍະ 5 ປີ ຕໍ່ໜ້າ (2001-2005):

  • – ຮັບປະກັນໃຫ້ປະເທດບຊາດສືບຕໍ່ມີຄວາມສະຫງົບທາງສັງຄົມ ແລະ ມີສະຖຽນລະພາບທາງ ດ້ານການເມືອງອັນໜັກແໜ້ນ.
  • – ຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບສະເລ່ຍບໍ່ຫລຸດ 7% ຕໍ່ປີ ທັງມີຄວາມໝັ້ນ ທ່ຽງ ແລະ ຖືກທິດ.
  • -ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ກວ່າເຄິ່ງໜຶ່ງຂອງຈຳນວນຄອບຄົວທີ່ທຸກຍາກໃນປະຈຸບັນ.
  • – ຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າໃຫ້ໄດ້ໂດຍພື້ນຖານ ແລະ ຢຸດຕິການປູກຝິ່ນໃຫ້ໄດ້ຢ່າງສິ້ນເຊີງ.
  • – ສ້າງກິດຈະກຳ ອັນເປັນພື້ນຖານໃຫ້ໄດ້ຈຳນວນໜຶ່ງ ເພື່ອການກ້າວເຂົ້າສູ່ການ ຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນຂັ້ນຕໍ່ໄປ.
  • – ສ້າງພົນລະເມືອງລາວ ໃຫ້ເປັນຜູ້ມີຄຸນສົມບັດ ສິນທຳ, ຮູ້ຈັກກົດໝາຍ ແລະເຄົາລົບກົດໝາຍ, ມີສຸຂະພາບແຂງແຮງ, ມີຄວາມທົນທານຕໍ່ໜ້າທີ່ວຽກງານ.
  • – ສ້າງບຸກຄະລາກອນໃຫ້ພຽງພໍກັບຄວາມຕ້ອງການຂອງການປະຕິບັດສອງໜ້າທີ່ຍຸດທະສາດ.
  • – ກ່ຽວກັບດ້ານການເມືອງແມ່ນຕ້ອງຮັກສາ ແລະ ເຊີດຊູບົດບາດການນໍາຂອງພັກໃຫ້ສູງຂຶ້ນ, ສ້າງໃຫ້ລັດມີຄວາມສັກສິດໃນການບໍລິຫານ ແລະ ຫລຸດຜ່ອນ ປະກົດການຫຍໍ້ທໍ້ຕ່າງໆລົງໃຫ້ໄດ້.
  • – ກ່ຽວກັບຂົງເຂດການຕ່າງປະເທດ, ມີການພົວພັນມິດຕະພາບ ກັບນາໆຊາດ ແລະ ມີການຮ່ວມມືກັບເພື່ອນມິດໃນໂລກ ຢ່າງກວ້າງຂວາງ.

* ຄາດໝາຍສູ້ຊົນສຳລັບ ໄລຍະ ປີ 2006-2010 :

  • – ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໂດຍສະເລ່ຍບໍ່ໃຫ້ຫລຸດ 7% ຕໍ່ປີ;
  • – ຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າຢ່າງສິ້ນເຊີງ, ຄອບຄົວທີ່ທຸກຍາກໃຫ້ໄດ້ຮັບການແກ້ໄຂ;
  • – ມີພື້ນຖານໂຄງລ່າງເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກໂນໂລຢີ ແລະ ບຸກຄະລາກອນເພື່ອຮອງຮັບການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ.

* ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ວາງອອກນັ້ນ ໃຫ້ປະກົດຜົນເປັນຈິງ, ກອງປະຊຸມໄດ້ວາງທິດທາງໜ້າທີ່ລວມ ຄື :

  • – ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ໃນທົ່ວປວງຊົນ, ເສີມຂະຫຍາຍ ນ້ຳໃຈຮັກຊາດ, ເອກະລາດ ເປັນເຈົ້າຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຢູ່ພາຍໃນ ຢ່າງສຸດຂີດ ສົມທົບກັບການຍາດແຍ່ງເອົາການຮ່ວມມືຊ່ວຍເຫລືອຈາກພາຍນອກ ຢ່າງຕັ້ງໜ້າ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສືບຕໍ່ດຳເນີນການປ່ຽນແປງໃໝ່.
  • – ທົ່ວພັກ, ທົ່ວປວງຊົນເຮົາຕ້ອງພ້ອມກັນສຸມເຫື່ອແຮງ ແລະ ສະຕິປັນຍາໃສ່ການຂະຫຍາຍເສດຖະກິດ ໂດຍຖືເອົາກນສ້າງສາພັດທະນາເສດຖະກິດ ເປັນໜ້າທີ່ ໃຈກາງຕິດພັນກັບການແກ້ໄຂບັນຫາສັງຄົມ ແລະ ການພັດທະນາ ຄົນລາວໃຫ້ມີຄວາມກ້າວໜ້າໄປພ້ອມແຕ່ຫົວທີ; ມີມາດຕະການອັນຄົບຊຸດ ເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆຢ່າງຈະແຈ້ງ.
  • – ເພີ່ມທະວີບົດບາດການນຳພາຂອງພັກ ໃນທຸກຂົງເຂດວຽກງານ ໄປຄຽງຄູ່ກັບການປັບປຸງກົງຈັກລັດໃຫ້ມີຄວາມສັກສິດ ແລະ ມີປະສິດທິພາບ. ຊຸກຍູ້ວຽກງານ ແນວໂຮມ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງຕັ້ງໜ້າ.

ໂດຍ: Lao National Radio

Leave a Reply

Your email address will not be published. Required fields are marked *