ໃນວັນທີ 11 ມັງກອນ 2021, ທ່ານ ພັອ ພິມມະສອນ ທຳມະວົງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມພ້ອມ ຢູ່ບັນດາຈຸດປ້ອງກັນບ້ານໃໝ່, ບ້ານຈຳປາ ເມືອງສີໂຄດຕະບອງ ແລະ 4 ແຍກໄຟແດງຕານມີໄຊ, ໜ້າມະຫາວິທະຍາໄລແຫ່ງຊາດ, 4 ແຍກໄຟແດງໂນນສະອາດ ແລະ ໄຟແດງຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກວດກາຄວາມພ້ອມປ້ອງກັນເວນຍາມ ໃນໄລຍະກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ-ປອດໄພ.

Image may contain: 1 person, standing, on stage, shoes, night and outdoor

.

Image may contain: one or more people and outdoor

ໃນການລົງກວດກາບັນດາຈຸດຄັ້ງນີ້, ທ່ານ ພັອ ພິມມະສອນ ທຳມະວົງ ໄດ້ຮຽກຮ້ອງໃຫ້ພະນັກງານແຕ່ລະຈຸດ ໃຫ້ເອົາໃຈໃສ່ເພີ່ມທະວີກວດກາລາດຕະເວນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ເກັບກຳສະພາບການໃຫ້ລະອຽດ ຖ້າຫາກມີເຫດການໃດເກີດຂຶ້ນ ໃຫ້ລາຍງານຄະນະຮັບຜິດຊອບ ເພື່ອລົງສະກັດກັ້ນ ແລະ ແກ້ໄຂ ໃຫ້ທັນສະພາບການ. ໃນໂອກາດທີ່ທ່ານລົງກວດກາສະພາບແຕ່ລະຈຸດ, ທ່ານ ພັອ ພິມມະສອນ ທຳມະວົງ ຍັງໄດ້ມອບນ້ຳດື່ມໃຫ້ພະນັກງານ-ນັກຮົບແຕ່ລະຈຸດ.

Image may contain: 2 people, outdoor

.

Image may contain: night, outdoor and nature

.

Image may contain: 1 person, standing, night and outdoor

.

Image may contain: one or more people, night and outdoor

.

Image may contain: night and outdoor

.

Image may contain: 3 people, people standing, people sitting, tree and outdoor

.

Image may contain: night and outdoor

Leave a Reply

Your email address will not be published. Required fields are marked *