ມາຮອດວັນທີ 12 ມັງກອນ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 218 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອ ພະຍາດ COVID-19 ແມ່ນ 91,231,913ຄົນ ເສຍຊິວິດ1,951,221ຄົນ ກວມເອົາ 2.13% ຂອງຜູ້ຕິດເຊື້ອທັງໝົດ; ປີ່ນດີ 65,114,613ຄົນ ກວມເອົາ71.3% ຂອງຜູ້ຕິດເຊື້ອທັງໝົດ ປະເທດທີ່ມີລາຍງານການຕິດເຊື້ອແລະເສຍຊີວິດຫຼາຍກວ່າໝູ່ແມ່ນສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 23,092,245ຄົນ ແລະເສຍຊີວິດສະສົມ 384,725ຄົນ
ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດCOVID-19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 12 ມັງກອນ 2021 ທີ່ກະຊວງສາທາລະນະສຸກ ເຖິງສະພາບການລະບາດຂອງພະຍາດໂຄວິດ19 ວ່າ: ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ມີຜູ້ຕິດເຊື້ອເປັນອັນດັບ 2 ຂອງໂລກ, ມີຜູ້ຕິດເຊື້ອສະສົມ10,479,879ຄົນ ໃນບັນດາກຸ່ມປະເທດອາຊຽນມາຮອດ ວັນທີ 12ມັງກອນ 2021 ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ1,667,461ຄົນ ແລະເສຍຊີວິດ37,306ຄົນ.

ທ່ານ ຮສ.ດຣ.ພູທອນ ເມືອງປາກ ໃຫ້ຮູ້ເຖິງການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ2,364ຄົນ: ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,405ຄົນ, ໃນນັ້ນມີແຮງງານລາວກັບມາແຕ່ໄທ 102ຄົນ; ຈຸດຜ່ານດ່ານລາວ-ຈີນ 39ຄົນ ຈຸດຜ່ານດ່ານລາວ-ຫວຽດນາມ 777ຄົນ; ເດີນທາງຜ່ານສະໜາມບິນສາກົນວັດໄຕ 143ຄົນ ໃນນັ້ນມີຄົນຈີນ142 ຄົນ ແລະຄົນລາວ 1 ຄົນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14ວັນ.

ວຽກງານຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ຕ່າງໆ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປະຈຸບັນ ມີທັງໝົດ 32ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ2,728ຄົນ. ສະເພາະວັນທີ 11ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 537ຄົນ, ໃນນັ້ນມີ 118 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວທີກັບມາແຕ່ໄທ ບໍ່ມີອາການ 344 ຕົວຢ່າງ; ແຮງງານຈີນບໍ່ມີອາການ 65 ຕົວຢ່າງ; ແຮງງານໄທບໍ່ມີອາການ 7 ຕົວຢ່າງ; ແຮງງານລາວມາແຕ່ຈີນບໍ່ມີອາການ 3 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າວັນທີ 11ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່ ລວມເປັນ 37 ມື້ຜ່ານມາ ສປປ ລາວ ທີ່ບໍ່ພົບຜູ້ຕິດເຊື້ອ (ກໍລະນີສຸດທ້າຍພົບວັນທີ 6 ທັນວາ 2020)
ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດ ວັນທີ 11ມັງກອນ2021 ໄດ້ເກັບຕົວຢ່າງມາກວດທັງໝົດ 96,568ຕົວຢ່າງ, ກວດພົບເຊື້ອສະສົມ41ຄົນ. ພວມປິ່ນປົວຢູ່ໂຮງໝໍມິດຕະພາບພຽງຄົນດຽວ ແຕ່ບໍ່ມີອາການສົນຫຍັງ.
ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນໂລກນີ້ ຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລີເລີ້ມນຳໃຊ້ Vaccine ປ້ອງກັນພະຍາດ COVID-19 ຢູ່ໃນບາງປະເທດມາແລ້ວ ຢູ່ປະເທດໃກ້ຄຽງທີ່່ມີຊາຍແດນຕິດຈອດກັບປະເທດພວກເຮົາກໍ່ຍັງມີການລະບາດຢູ່ໃນຊຸມຊົນ ຊຶ່ງມີຄວາມສ່ຽງສູງທີ່ຈະນຳເອົາເຊື້ອເຂົ້າມາປະເທດຂອງພວກເຮົາ.

ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດCOVID-19 ໄດ້ໃຫ້ຄໍາແນະນໍາວ່າ: ປະຈຸບັນນີ້ຢູ່ປະເທດຂອງພວກເຮົາມີຂະບວນການອັນສຳຄັນລະດັບຊາດຫຼາຍຢ່າງ ເປັນຕົ້ນວ່າ: ການດຳເນີນກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66ປີ(1955-2021)ເຊຶ່ງຈະຕ້ອງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາມີຄວາມສະຫງົບສຸກຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19.
ໂດຍສະເພາະເຈົ້າໜ້າທີ່ ທີ່ເຮັດວຽກຕາມຊາຍແດນ, ອຳນາດການປົກຄອງ ເພີ້ມຄວາມເຂັ້ມງວດກວດກາຕາມຊາຍແດນ, ກໍລະນີພົບເຫັນຜູ້ລັກລອບເຂົ້າມາແມ່ນໃຫ້ນຳສົ່ງເຂົ້າສູນຈຳກັດບໍລິເວນ ເພື່ອກວດວິເຄາະຫາເຊື້ອ, ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ
ເຈົ້າໜ້າທີ່ຢູ່ດ່ານຊາຍແດນເຂັ້ມງວດໃນການກວດໃບຢັ້ງຢືນວິເຄາະຫາເຊື້ອ COVID-19 ນຳຜູ້ຂັບລົດຂົນສົ່ງທຸກຄົນ ຖ້າບໍ່ມີໃບຢັ້ງຢືນກວດ COVID-19 ເປັນຜົນລົບ ພາຍໃນ 1 ອາທິດ ແມ່ນບໍ່ອະນຸຍາດໃຫ້ລົດຜ່ານ ແລະ ເກັບຕົວຢ່າງມາກວດຫາເຊື້ອ.

ໃຫ້ທຸກພາກສ່ວນ, ຂະແໜງການພາກລັດ-ເອກະຊົນ, ອຳນາດການປົກຄອງທຸກຂັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ເດີນທາງເຂົ້າມາ ສປປ ລາວ ຈົ່ງໃຫ້ການຮ່ວມມື-ຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງ.