ນະຄອນຫຼວງວຽງຈັນ: ປະຊາຊົນ ແລະ ກູ້ໄພ 1623 ລາຍງານໃຫ້ຮູ້ວ່າ ວັນທີ12/01/2021ເວລາ 10:24 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດບັນທຸກຕຳກັບລົດບັນທຸກ(ມີຜູ້ບາດເຈັບຕິດພາຍໃນລົດບໍ່ສາມາດອອກມາໄດ້ 1ຄົນ).

ຈຸດເກີດເຫດແມ່ນເສັ້ນທາງ 450 (ເຂດບ້ານດົງໂພນແຮ່) ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1ຄົນ: ເພດຊາຍ ອາຍຸ 19 ປີ ອາຊີບກຳມະກອນ ບ້ານຊຳເກດ ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນຫົວແຕກ,ບາດເປີດຢູ່ຂາເບື້ອງຊ້າຍແລະກະທົບທ້ອງ.

ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ1623ຈຶ່ງໄດ້ໃຊ້ອຸປະກອນຕັດງັດຕັດລົດເພື່ອເອົາຄົນເຈັບອອກມາ ໃຊ້ເວລາປະມານ 20 ນາທີ ຈຶ່ງສາມາດນຳເອົາຄົນເຈັບອອກຈາກລົດໄດ້ແລະໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ.

ພາບຈາກ 1623

.

.

.

.

.

.

.

Leave a Reply

Your email address will not be published. Required fields are marked *