ວັນທີ 11 ມັງກອນ 2021 ນີ້, ພະແນກສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການໃຫ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ແຈ້ງໃຫ້ບັນດາໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍທັງພາກລັດ ແລະ ເອກະຊົນໃນຂອບເຂດເມືອງຂອງຕົນ ປ່ຽນເວລາຮຽນຊົ່ວຄາວ 3 ວັນ ແຕ່ວັນທີ 13-15 ມັງກອນ 2021 ຕອນເຊົ້າໃຫ້ເລີ່ມຮຽນເວລາ 9:00 ໂມງ, ຕອນແລງເລີກຮຽນເວລາ: 15:00 ໂມງ

ສໍາລັບໂຮງຮຽນທີ່ຢູ່ໃນຂອບເຂດລຽບເສັ້ນທາງ ໄກສອນ ພົມວິຫານ ແຕ່ວົງວຽນດອນໜູນ ຫາຫໍຄໍາ ແມ່ນໃຫ້ຄູອາຈານເອົາວຽກບ້ານ, ບົດຝຶກຫັດຕ່າງໆໃຫ້ນັກຮຽນຄົ້ນຄວ້າຢູ່ບ້ານໃນໄລຍະ 3 ວັນ ແຕ່ວັນທີ 13-15 ມັງກອນ 2021 ຄື:

ເມືອງ ຈັນທະບຸລີ: ໂຮງຮຽນ ມສ ວຽງຈັນ, ມສ ສິນໄຊ ແລະ ອະນຸບານດາລາ.

ເມືອງ ໄຊເສດຖາ: ໂຮງຮຽນ ມສ ໜອງບອນ, ມສ ຈັນສະຫວັນ, ມສ ລາວ-ຫວຽດນາມ, ປະຖົມລາດຊະວົງ, ປະຖົມ ໂພນພະເນົາ, ມຕ ເສກກະສັດ 2.

ເມືອງ ໄຊທານີ: ໂຮງຮຽນ ມສ ດອນໜູນ, ມສ ວັນໃໝ່, ມສ ມາລິນີ, ມສ SOS, ປະຖົມ ໄຊສົມພອນ, ປະຖົມ ສິດທິພອນ, ປະຖົມ ຣີດຟິວ, ປະຖົມ ອ໋ອດສະກ້າ, ປະຖົມ ໂລໂກ້ສີຄຳ.

ສຳລັບໂຮງຮຽນຊັ້ນປະຖົມທີ່ກຳລັງຈັດການສອບເສັງພາກຮຽນ I ແລະ ຊັ້ນມັດທະຍົມທີ່ກຳລັງຄົ້ນຄວ້າກຽມສອບເສັງພາກຮຽນ I ແມ່ນໃຫ້ເລື່ອນໄປສອບເສັງ ແລະ ຄົ້ນຄວ້າໃນວັນເວລາອື່ນທົດແທນ ເພື່ອໃຫ້ການຮຽນ-ການສອນຄົບຖ້ວນຕາມໂຄງການຫລັກສູດ.

.

.

.

.

Leave a Reply

Your email address will not be published. Required fields are marked *