ວັນທີ 18 ທັນວາ ຜ່ານມາ, ພະແນກຕຳຫຼວດສືືບສວນ-ສອບສວນ ປກສ ແຂວງອຸດົມໄຊ ສົມ ທົບພາກສ່ວນກ່ຽວຂ້ອງຊັນນະສູດສົບຂອງ ນາງ ຮັກ ອາຍຸ 48 ປີ ບ້ານວັງມົນ ເມືອງໄຊ ແຂວງອຸດົມໄຊ ທີ່ເສຍຊີວິດຢູ່ແຄມແມ່ນໍ້າກໍ ໃນສະພາບເປືອຍກາຍ, ຜ່ານການຊັນນະສູດພົບຮ່ອງຮອຍຖືກຕີດ້ວຍຂອງແຂງ ແລະ ຖືກຂົ່ມຂືນກະທຳຊຳເລົາ.

Image may contain: one or more people

ພັທ ສົມແພງ ລໍປະເສີດ ຮອງຫ້ອງຕຳຫຼວດ ປກສ ແຂວງ ໃຫ້ຮູ້ວ່າ: ວັນທີ 18 ທັນວາ 2020, ໄດ້ຮັບແຈ້ງເຫດພົບເຫັນຄົນເສຍຊີວິດຢູ່ແຄມແມ່ ນໍ້າກໍ. ຈາກນັ້ນ, ຈຶ່ງແຕ່ງຕັ້ງພະນັກງານສົມທົບກັບ ປກສ ເມືອງໄຊ ຊັນນະສູດສົບຜູ້ຖືກເຄາະຮ້າຍຊື່ ນາງ ຮັກ ອາຍຸ 48 ປີ ຢູ່ບ້ານວັງມົນ ມີຮ່ອງຮອຍຖືກທຸບຕີດ້ວຍຂອງແຂງ,ມີເລືອດໄຫຼອອກຫູເບື້ອງ ຂວາ,ມີຮອຍບາດແຜ ຢູ່ຫົວເບື້ອງຂວາ1ຈຸດ, ຮອຍ ຊໍ້າຢູ່ງ່ອນດົ້ນ 1ຈຸດ ແລະຖືກຂົ່ມຂືນກະທໍາຊຳເລົາ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດ ແລະ ໄດ້ຂັດຈ້ອນເປົ້າໝາຍຕິດຕາມ, ມາຮອດວັນທີ 30 ທັນວາ ຈຶ່ງໄດ້ກັກຕົວ ທ້າວ ສົມບຸນ ອາຍຸ 20 ປີ ຢູ່ບ້ານວັງມົນ ເມືອງໄຊ ແຂວງອຸດົມໄຊ ມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວ ສາລະພາບວ່າ: ວັນທີ 14 ທັນວາ 2020, ເວລາປະມານ 13:00 ໂມງ ໄດ້ກັບມາຈາກຫາປາ ຢູ່ຕາມລໍານໍ້າກໍ ໄດ້ພົບເຫັນ ນາງ ຮັກ ຢືນຢູ່ແຄມທາງລົດສົ້ນຂົວນໍ້າກໍ ໃກ້ບ້ານ ຈຶ່ງຄິດຢາກເສບສົມ.

ຈາກນັ້ນ, ໄດ້ໄປປ່ຽນເຄື່ອງ ນຸ່ງຢູ່ເຮືອນກັບຄືນມາຫາ ນາງ ຮັກ ຢູ່ຈຸດດັ່ງກ່າວ. ພໍໄປຮອດທາງລົງທ່ານໍ້າກໍ ໄດ້ຈັບແຂນ ນາງ ຮັກ ລົງໄປແຄມນໍ້າ, ແຕ່ຖືກຂັດຂືນບໍ່ຍອມໄປນໍາ ຈຶ່ງຈັບເອົາໄມ້ຄ້ອນ ຢູ່ປ່າແຄມທາງ ຍາວປະມານ 60 ຊັງຕີແມັດ ມາຟາດໃສ່ງ່ອນ 2 ບາດ, ຟາດໃສ່ຫົວເບື້ອງຂວາອີກ 2 ບາດ, ຈົນເຮັດໃຫ້ ນາງ ຮັກ ໝົດສະຕິລົ້ມລົງ, ແຕ່ຍັງບໍ່ທັນເສຍຊີວິດໃນເວລານັ້ນ.

ຈາກນັ້ນ, ຜູ້ກ່ຽວໄດ້ເອົາໄມ້ຄ້ອນແກ່ວງຖິ້ມເຂົ້າປ່າ ແລ້ວລາກເອົານາງ ຮັກ ລົງໄປແຄມນໍ້າແລ້ວລົງມືຂົ່ມຂືນທໍາຊໍາເລົາ 1 ຄັ້ງ, ພາຍຫຼັງສຳ ເລັດ ນາງ ຮັກ ກໍໄດ້ເສຍຊີວິດ.ຈາກນັ້ນ, ຜູ້ກ່ຽວກໍເອົາເສື້ອຂອງຜູ້ເສຍຊີວິດ ມາປົກໜ້າເອິກແລ້ວເອົາກ້ອນຫີນມາເຕັງໄວ້, ແລ້ວຜູ້ກ່ຽວກໍລ້າງຕົນຕົວ ແລະ ໄດ້ກັບເມື່ອເຮືອນເຮັດຄືບໍ່ມີຫຍັງເກີດຂຶ້ນ.

ມາຮອດວັນທີ 30 ທັນວາ, ເຈົ້າໜ້າທີ່ ປກສ ກໍໄດ້ກັກຕົວ ທ້າວ ສົມບຸນ ໄປດຳເນີນຄະດີ ແລະ ໃນວັນທີ 31ທັນວາ,ເຈົ້າໜ້າທີ່ໄດ້ນໍາເອົາຄາດຕະກອນໄປທໍາແຜນປະກອບຄໍາຮັບສາລະພາບ ເພື່ອປະກອບໃສ່ສຳນວນຄະດີສົ່ງໃຫ້ອົງການໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.

Image may contain: 1 person, outdoor

Leave a Reply

Your email address will not be published. Required fields are marked *