ຫົວພັນ – ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າ ວັນທີ 8 ມັງກອນ 2021 ຜ່ານມາ ມີຊ້າງປ່າ ຖືກຍິງຕາຍ 1 ໂຕ ທີ່ເຂດໄຮ່ສວນ ບ້ານໂຮມພຽງ ເມືອງຊໍາໃຕ້ ແຂວງຫົວພັນ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຊ້າງຕົວດັ່ງກ່າວ ໄດ້ເຂົ້າມາບຸກລຸກເຂດສວນຂອງປະຊາຊົນ, ຫຼັງຈາກນັ້ນ, ເຈົ້າຂອງສວນໄດ້ໃຊ້ອາວຸດປືນຍິງ ຊ້າງຕົວດັ່ງກ່າວ.

ສ່ວນຜູ່ທີ່ຍິງຊ້າງນັ້ນ, ທາງເຈົ້າໜ້າທີ່ ແລະ ອໍານາດການປົກຄອງ ໄດ້ກັກຕົວ ເພື່ອດໍາເນີນຄະດີ ເນື່ອງຈາກ ຊ້າງປ່າ ເປັນສັດຫວງຫ້າມ.

ມາຮອດວັນທີ 10 ມັງກອນ ນີ້ ປກສ ເມືອງຊໍາໃຕ້ ແຂວງຫົວພັນໄດ້ກັກຕົວຜູ້ຕ້ອງຫາ ທ້າວ ພອນທອງ ອາຍຸ 32 ປີ ປະຊາຊົນຢູ່ບ້ານ ພຽງດ່າຍ ກຸ່ມພັນຊໍາ ເມືອງຊໍາໃຕ້ ແຂວງຫົວພັນ ໃນຄະດີລັກຍິງຊ້າງປ່າທໍາໃຫ້ເສຍຊີວິດ

ປັດຈຸເຈົ້າໜ້າທີ່ກໍາລັງສືບສວນສອບສວນຫາເຫດຈູງໃຈ ໃນການກໍ່ເຫດນຄັ້ງນີ້ ແລະ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ

ສ່ວນຊ້າງທີ່ຕາຍນັ້ນ, ປະຊາຊົນພາກັນ ຄົວເອົາຊີ້ນ.

ຂໍໃຫ້ທຸກຄົນຕ້ອງຊ່ວຍກັນປົກປັກຮັກສາສັດປ່າຊ່ວຍກັນແດ່ເດີ

Leave a Reply

Your email address will not be published. Required fields are marked *