ຕາມການໃຫ້ຂໍ້ມູນຂອງໜ່ວຍງານຈາລະຈອນ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 3 ມັງກອນ 2021 ໄດ້ມີອຸບັດຕິເຫດລົດອີແຕ໋ນຄູໂບຕ້າປິ້ນ ຢູ່ເສັ້ນທາງເຂດບ້ານ ຜາແດງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເຮັດໃຫ້ມີຜູ່ໄດ້ຮັບບາດເຈັບສາຫັດ ແລະ ເສຍຊິວີດ 1 ຄົນ ຊື່ທ້າວ ບຸນພົບ ອາຍຸ 18 ປີ ປະຊາຊົນ ບ້ານ ຜາແດງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

.

ຜ່ານການເອົາຂໍ້ມູນຈາກ ທ້າວ ເປິ້ງ ອາຍຸ 27 ປີ ເຊີ່ງເປັນຜູ່ຂັບຂີ່ລົດທີ່ເກີດເຫດໃຫ້ຮູ້ວ່າ: ກ່ອນເກີດເຫດຜູ່ກ່ຽວໄດ້ຂັບຂີ່ລົດຄັນດັ່ງກ່າວອອກຈາກ ບ້ານ ຜາແດງ ຈຸດປະສົງຈະໄປຕ່າງໄມ້, ໃນນັ້ນ ມີທ້າວ ບຸນພົບ ຂຶ້ນຂີ່ໄປນຳ ພໍໄລຍະໜື່ງໄດ້ຍີນສຽງດັງຜິດປົກກະຕິ ຢູ່ບໍລິເວນເຄື່ອງຈັກ ແລະ ລົດກໍກຳລັງແລ່ນລົງຄ້ອຍຊັນພໍສົມຄວນ ທ້າວ ເປີ້ງ ຜູ່ຂັບຂີ່ຕົກໃຈຈື່ງລ້ຽວຫົວລົດເຂົ້າຕໍ່າຕາຝັງ ຈື່ງພາໃຫ້ລົດເສຍຫຼັກປິ້ນລົງຂ້າງທາງ ເຮັດໃຫ້ ທ້າວ ບຸນພົບ ຜູ່ຂີ່ມານຳໄດ້ຮັບບາດເຈັບສາຫັດ ແລະ ເສຍຊິວີດໃນເວລາຕໍ່ມາ.

.

ປັດຈຸບັນທາງເຈົ້າໜ້າທີໜ່ວຍງານຄະດີອຸບັດຕິເຫດ ປກສ ເມືອງວຽງພູຄາ ໄດ້ລົງເກັບກຳຂໍ້ມູນຫຼັກຖານ ເພື່ອດຳເນີນການແກ້ໄຂຕາມລະບຽບກົດໝາຍ.

ນັກຂ່າວ ຄຳຫຼ້າ ໃຈຍະວົງ