ຫົວພັນ – ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າ ວັນທີ 8 ມັງກອນ 2021 ຜ່ານມາ ມີຊ້າງປ່າ ຖືກຍິງຕາຍ 1 ໂຕ ທີ່ເຂດໄຮ່ສວນ ບ້ານໂຮມພຽງ ເມືອງຊໍາໃຕ້ ແຂວງຫົວພັນ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຊ້າງຕົວດັ່ງກ່າວ ໄດ້ເຂົ້າມາບຸກລຸກເຂດສວນຂອງປະຊາຊົນ, ຫຼັງຈາກນັ້ນ, ເຈົ້າຂອງສວນໄດ້ໃຊ້ອາວຸດປືນຍິງ ຊ້າງຕົວດັ່ງກ່າວ.

ສ່ວນຜູ່ທີ່ຍິງຊ້າງນັ້ນ, ທາງເຈົ້າໜ້າທີ່ ແລະ ອໍານາດການປົກຄອງ ໄດ້ກັກຕົວ ເພື່ອດໍາເນີນຄະດີ ເນື່ອງຈາກ ຊ້າງປ່າ ເປັນສັດຫວງຫ້າມ. ການຂ້າສັດປ່າ ຖືວ່າ ຜິດກົດໝາຍ.

.

ສ່ວນຊ້າງທີ່ຕາຍນັ້ນ, ປະຊາຊົນພາກັນ ຄົວເອົາຊີ້ນ.

.

ຂໍໃຫ້ທຸກຄົນຕ້ອງຊ່ວຍກັນປົກປັກຮັກສາສັດປ່າຊ່ວຍກັນແດ່ເດີ