ໃນວັນທີ 10 ມັງກອນ 2021 ເວລາ 16:18ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າພົບສົບຄົນເສຍຊີວິດໄຫລນ້ຳຢູ່ທີ່ບ້ານ ປາກອູ ເມືອງປາກອູ ແຂວງຫລວງພະບາງ ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບຄົນເສຍຊີວິດເພດຊາຍ 1 ຄົນ (ຕອນນີ້ບໍ່ຮູ້ຂໍ້ມູນສ່ວນຕົວຂອງຜູ້ເສຍຊີວິດ)

ສ່ວນສາຍເຫດຂອງການເສຍຊີວິດ ແລະ ຂໍ້ມູນຕ່າງໆຂອງຜູ້ເສຍຊີວິດແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່ຕຳຫລວດ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.

ນີ້ເປັນກໍລະນີ ທີ 2, ເພາະກ່ອນໜ້ານີ້ ວັນທີ່ 6 ມັງກອນ 2021 ກຊ່ພົບເຫັນສົບຊາຍຈີນຕາຍໄຫຼນໍ້າມາເຂດເມືອງປາກອູ.

.

.

.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ..🙏🙏🙏🙏

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑
ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.