ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ແຂວງຫລວງພະບາງ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບດ່ັງນີ້: ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ ກໍໍາລັງເປັນໄພຄຸກຄາມຕໍ່ໂລກ, ຕໍ່ປະເທດ ແລະ ແຂວງຂອງເຮົາຊຶ່ງມີທ່າອ່ຽງເພີ່ມຂຶ້ນ ແລະ ບາງປະເທດກໍ່ມີການລະບາດຮອບໃໝ່, ພ້ອມກັນນັ້ນຍັງພົບເຫັນມີຜູ້ລັກລອບມາຈາກປະເທດທີ່ມີການລະບາດຂອງພະຍາດຢ່າງຕໍ່ເນື່ອງຊິ່ງມີຄວາມສ່ຽງທີ່ຈະນໍາເອົາເຊື້ອພະຍາດມາພະລະບາດໃນຊຸມຊົນ

ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ປະຊາຊົນພາຍໃນແຂວງຫຼວງພະບາງຕ້ອງເພີ່ມສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ປະຈຸບັນ. ສະນັ້ນຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແບະ ແກ້ໄຂການລະບາດຂອງພະຍາດໂຄວິດ ຈຶ່ງໄດ້ແຈ້ງມາດຕະການຕໍ່ຜູ້ທີ່ລັກລອບເຂົ້າມາປະເທດແບບຜິດກົດໝາຍໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ທາງລັດຖະບານ ແຫ່ງ ສປປ ລາວ ອະນຸຍາດ ຈະຕ້ອງຖືກດໍາເນີນມາດຕະການດັ່ງນີ້:
1ຕ້ອງໄດ້ຈ່າຍຄ່າກວດຫາພະຍາດໂຄວິດ 1,200,000 ກີບຕໍ່ຄັ້ງ, ລວມທັງຄ່າປິ່ນປົວຕົນເອງຖ້າຫາກຜູ້ກ່ຽວຕິດເຊື້ອ
2ຕ້ອງຈ່າຍຄ່າໄປຮັບ-ສົ່ງເຂົ້າມາຢູ່ສູນຈໍາກັດບໍລິເວນ ແລະ ລວມທັງຄ່າອາຫານຂອງຕົນໃນແຕ່ລະມື້.
3ຫຼັງຈາກຈໍາກັດບໍລິເວນຄົບກໍານົດ 14 ວັນແລ້ວ, ມອບໃຫ້ເຈົ້າໜ້າທີ່ ປກສ ປະຕິບັດລະບຽບວິໄນ ແລະ ປັບໃໝຕາມກົດໝາຍບ້ານເມືອງ
ດັ່ງນັ້ນຈຶ່ງແຈ້ງມາຍັງທ່ານເພື່ອຊອບ ແລະ ຜັນຂະຫຍາຍແຈ້ງການ

.

.

.
