ໃນວັນທີ 9 ມັງກອນ 2021 ສື່ຂ່າວ Mirrior ໄດ້ລາຍງານວ່າ: ເກີດອຸບັດຕິເຫດໃນສາຍການບິນອິນໂດເນເຊຍ ຍັງບໍ່ຮູ້ເຖິງຊະຕາກໍາຂອງຜູ້ໂດຍສານ. ເຮືອບິນໂບອິ້ງ 737 ເກີດອຸບັດຕິເຫດຂຶ້ນຍ້ອນວ່າ: ຫຼັງຈາກອອກຈາກເມືອງຈາກາຕ້າແລ້ວນັ້ນ ໄດ້ດິ່ງລົງດ້ວຍຄວາມສູງ 10,000 ຟຸດ ຫຼື ຍາວປະມານ 3 ກິໂລແມັດ.

ໃນຂໍ້ມູນເບື້ອງຕົ້ນ ເປັນຖ້ຽວບິນ SJY182 ຂາດການຕິດຕໍ່ໄປຫຼັງຈາກຂຶ້ນບິນ ການຕິດຕໍ່ສຸດທ້າຍຄື 14:40 ນາທີ. ຈໍານວນຜູ້ໂດຍສານທັງໝົດ ຍັງບໍ່ແນ່ຊັດວ່າຈະມີຈໍານວນເຕັມ 130 ບ່ອນນັ່ງຫຼືບໍ່, ໃນຂະນະນີ້ ພາກສ່ວນທີ່ກ່ຽວຂ້ອງກໍາລັງຊອກຫາການສູນຫາຍໄປຂອງເຄື່ອງໂບອິ້ງ 737-500 ທີ່ອິນໂດເນເຊຍ ແລະ ຫວັງວ່າຈະມີຂໍ້ມູນເພີ່ມຕື່ມ.
ດ້ານອາກຸດ ຮາຣ໌ໂຢໂນ ເຈົ້າຫນ້າທີ່ຫນ່ວຍກູ້ໄພໃຫ້ສຳພາດວ່າ ທີມກູ້ໄພພົບຮ່າງຕ້ອງສົງໄສເປັນຮ່າງເຄື່ອງບິນໃນນ່ານນ້ຳເໜືອກຸງຈາກາຕາ ແລະ ລໍຖ້າຢືນຢັນວ່າແມ່ນຫລືບໍ່

ກ່ອນໜ້ານີ້ ອິນໂດເນເຊຍ ຍັງມີເຫດການປະສົບກັບເຮືອບິນຕົກຄັ້ງໃຫຍ່ມາແລ້ວ ໃນເດືອນຕຸລາ 2018 ເປັນເຄື່ອງໂບອິ້ງ 737 ແມັກ ຂອງສາຍການບິນໄລອອນແອ, ເຊິ່ງໄດ້ດິ່ງຕົກລົງທະເລຫຼັງອອກໄປໄດ້ພຽງ 12 ນາທີ ຜູ້ເສຍຊີວິດທັງໝົດ 189 ຄົນ.
ທີ່ມາ: https://www.khaosod.co.th/around-the-world-news/news_5700498