ກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ (22/3-6/4/1955)
ກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ ຈັດຂຶ້ນລະຫວ່າງ ວັນທີ 22 ມີນາ ຫາ ວັນທີ 6 ເມສາ ປີ 1955, ຢູ່ແຂວງຫົວພັນ, ມີຜູ້ແທນສົມບູນເຂົ້າຮ່ວມ 20 ສະຫາຍ, ເຊິ່ງເປັນຕົວແທນ ໃຫ້ແກ່ບັນດາ ສະຫາຍສະມາຊິກພັກ ຈໍານວນ 400 ສະຫາຍ.

ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມສ້າງຕັ້ງພັກ ເຊິ່ງເອີ້ນຊື່ວ່າ : ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປະຈຸບັນ), ກໍານົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກ ແລະ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະກອບມີ 5 ສະຫາຍ, ຕໍ່ມາໄດ້ມີການບົ່ງຕົວເພີ່ມເຕີມເປັນແຕ່ລະໄລຍະ ຊຶ່ງລວມ ທັງໝົດມີ 17 ສະຫາຍ, ໂດຍແມ່ນ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່, ແຕ່ບໍ່ມີກົມການເມືອງ ແລະຄະນະເລຂາທິການ, ມີແຕ່ຄະນະປະຈຳ ຂອງຄະນະ ບໍລິຫານງານສູນກາງຈຳນວນໜຶ່ງ.

ກອງປະຊຸມໃຫຍ່ ໄດ້ວາງໜ້າທີ່ລວມຂອງພັກ ໃນໄລຍະສະເພາະໜ້າອອກ ຄື: “ນໍາພາປວງຊົນລາວ ສາມັກຄີຕໍ່ສູ້ເຮັດສຳເລັດພາລະກິດປົດປ່ອຍຊາດ, ສ້າງ ປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ”. ພັກໄດ້ກຳນົດ 9 ຍຸດທະສາດຕົ້ນຕໍ ຄື :
- 1). ກຳນົດທາດແທ້ຂອງຕົນ ແມ່ນ : ພັກຂອງຊົນຊັ້ນກໍາມະກອນ ເຊິ່ງເປັນຕົວແທນແກ່ຜົນປະໂຫຍດ ຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ໝົດຊາດລາວ.
- 2). ພື້ນຖານແນວຄິດຂອງພັກ ແມ່ນ: ທິດສະດີມາກ-ເລນິນ.
- 3). ກຳນົດຈຸດໝາຍສຸດທ້າຍຂອງການປະຕິວັດ ແມ່ນ: ເພື່ອກ້າວຂຶ້ນສັງຄົມນິຍົມ.
- 4). ກຳນົດສັດຕູຕົ້ນຕໍສະເພາະໜ້າ ແມ່ນ: ຈັກກະພັດອາເມລິກາຜູ້ແຊກແຊງຮຸກຮານ, ລັດທິລ່າເມືອງ ຂຶ້ນຝຣັ່ງ ແລະ ລູກມື.
- 5). ກຳລັງນຳພາຊົນຊັ້ນກຳມະກອນ ໂດຍແມ່ນພັກເປັນຕົວແທນ.
- 6). ກຳນົດກຳລັງຫລວງຂອງການປະຕິວັດ ແມ່ນ: ປະຊາຊົນທັງຊາດ ກ່ອນອື່ນແມ່ນຊາວໄຮ່ນາຜູ້ອອກແຮງງານລາວບັນດາເຜົ່າ.
- 7). ກຳນົດເພື່ອນມິດຂອງການປະຕິວັດລາວ ແມ່ນ: ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ, ພໍ່ຄ້າຊາວຂາຍ,
- ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ພະສົງອົງຄະເຈົ້າ, ຜູ້ຊົງຄຸນວຸດທິ ເຈົ້າກົກ ເຈົ້າເຫລົ່າຕ່າງໆ.
- 8). ໜ້າທີ່ພື້ນຖານ ແມ່ນ: ສາມັກຄີປວງຊົນທັງຊາດ ດຳເນີນການປະຕິວັດຊາດ ປະຊາທິປະໄຕ, ຕ້ານ
- ຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມື, ປົດປ່ອຍ ປະເທດຊາດ.
- 9). ຄຳຂວັນຍຸດທະສາດ: ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ໂດຍ: Lao National Radio