ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ (3-6/2/1972)

  • – ດຳເນີນ, ແຕ່ວັນທີ 03-06/02/1972, ທີ່ເມືອງວຽງໄຊ, ແຂວງຫົວພັນ, ມີຜູ້ແທນເຂົ້າຮ່ວມ 125 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກ 20 ພັນກວ່າສະຫາຍ ໃນທົ່ວປະເທດ.
  • – ເລືອກຕັ້ງຄະນະບໍລິຫານງານສູນກາງພັກ 29 ສະຫາຍ, ໃນນັ້ນກໍາມະການສົມບູນ 23 ສະຫາຍ ແລະ ສໍາຮອງ 6 ສະຫາຍ.
  • – ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາກົມການເມືອງສູນກາງພັກ 7 ສະຫາຍ, ເລືອກເອົາ ສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ສູນກາງພັກ.
  • – ຕົກລົງຈັດຕັ້ງຄະນະເລຂາທິການສູນກາງພັກ, ເລືອກຕັ້ງປະທານກວດກາສູນກາງພັກ; ຕົກລົງປ່ຽນຊື່ “ພັກປະຊາຊົນລາວ” ມາເປັນ “ພັກປະຊາຊົນ ປະຕິວັດ ລາວ” ໃນປະຈຸບັນ.

– ເນື້ອໃນຕົ້ນຕໍຂອງມະຕິ: ສັງລວມຂະບວນວິວັດຂອງການປະຕິວັດ ໃນ 26 ປີທີ່ີ່ຜ່ານມາ, ຍົກໃຫ້ເຫັນສາເຫດຂອງໄຊຊະນະ ເຊິ່ງໃນນັ້ນ ການນຳພາອັນ ຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ ເປັນສາເຫດທີ່ຕັດສິນກວ່າໝູ່; ຖອດຖອນບົດຮຽນຕ່າງໆ ຂອງຂະບວນການປະຕິວັດລາວ ໃນໄລຍະຜ່ານມາ, ພິສູດ ໃຫ້ເຫັນສັດຈະທໍາອັນຍິ່ງໃຫຍ່ຂອງຍຸກສະໄໝຄືປະເທດໜຶ່ງໆ ເຖິງວ່ານ້ອຍ, ເສດຖະກິດ, ວັດທະນະທຳ ຂະຫຍາຍຕົວຊ້າ, ແຕ່ມີພັກມາກ-ເລນິນ ທີ່ແທ້ຈິງນໍາພາ, ມີແນວທາງການເມືອງ ການທະຫານທີ່ຖືກຕ້ອງ, ມີວິທີປະຕິວັດທີ່ສອດຄ່ອງ, ມີຄວາມສາມັກຄີປວງຊົນທັງຊາດຢ່າງແໜ້ນແຟ້ນ, ມີຄວາມຕັດສິນໃຈ ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ທັງໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອຢ່າງຕັ້ງໜ້າ ຂອງບັນດາປະເທດສັງຄົມນິຍົມ ແລະ ຂອງຂະບວນການປະຕິວັດ ໃນໂລກ ແລ້ວປະເທດນັ້ນ ກໍສາມາດຕີຊະນະຈັກກະພັດ ຜູ້ຮຸກຮານທຸກໂຕ, ທັງສາມາດຍາດເອົາ ແລະ ປົກປັກຮັກສາເອກະລາດ ອິດສະຫລະພາບ ຂອງຊາດ ຕົນ ໄວ້ໄດ້.

-ໂຄງການການເມືອງ ໄດ້ຊີ້ໃຫ້ເຫັນວ່າ ສັງຄົມລາວໃນປັດຈຸບັນ ມີຂໍ້ຂັດແຍ່ງພື້ນຖານສອງຢ່າງ ຄື: ຂໍ້ຂັດແຍ່ງລະຫວ່າງປະຊາຊົນບັນດາເຜົ່າເປັນຕົ້ນ ແມ່ນ ປະຊາຊົນຜູ້ອອກແຮງງານ ກັບກຸ່ມນາຍທຶນຈຳໜ່າຍ, ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດິນາ. ຂໍ້ຂັດແຍ່ງທັງສອງຢ່າງນີ້ ມີການພົວພັນ ແລະ ກະທົບ ເຊິ່ງກັນ ແລະ ກັນ ແລະ ຕ້ອງແກ້ໄຂໄປພ້ອມໆກັນ, ສະເພາະໜ້ານີ້ ຕ້ອງສຸມໃສ່ແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຊາດລາວ ກັບ ຈັກກະພັດ ອາເມລິກາ ຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ.

– ໂຄງການ-ການເມືອງໄດ້ກຳນົດໜ້າທີ່ພື້ນຖານຂອງການປະຕິວັດລາວ ຄື: “ສາມັກຄີປະຊາຊົນບັນດາເຜົ່າ, ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ, ກຸ່ມນາຍທຶນ ຈໍາໜ່າຍ ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດີນາ, ສຳເລັດການ ປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໃນທົ່ວປະເທດ, ກຽມເງື່ອນໄຂທຸກຢ່າງທີ່ຈຳເປັນ ເພື່ອກ້າວຂຶ້ນສັງຄົມນິຍົມ ໂດຍກົງ ໂດຍບໍ່ຜ່ານເສັ້ນທາງຂະຫຍາຍຕົວແບບທຶນນິຍົມ, ເຮັດໃຫ້ປະເທດລາວ ກາຍເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ. ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະ ສັງຄົມນິຍົມ ຢູ່ອິນດູຈີນ, ອາຊີອາຄະເນ ແລະ ໃນໂລກ”.

– ໂຄງການການເມືອງໄດ້ກໍານົດໜ້າທີ່ຕົ້ນຕໍ ແລະຈຸດໝາຍການເມືອງສະເພາະໜ້າຂອງການປະຕິວັດລາວ ຄື :

  • + ເຊີດຊູຄັນທຸງປະຕິວັດຊາດ ປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ສາມັກຄີທຸກກຳລັງປະຕິວັດ, ທຸກກຳລັງທີ່ຮັກຊາດ ແລະ ກ້າວໜ້າ, ສາມັກຄີແໜ້ນແຟ້ນກັບປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ;
  • + ຕັ້ງໜ້າກໍ່ສ້າງ ແລະຂະຫຍາຍກໍາລັງປະຕິວັດໃນທຸກດ້ານ, ຊຸກຍູ້ການຕໍ່ສູ້ເພື່ອປົກປັກຮັກສາ, ປັບປຸງ ແລະ ເປີດກວ້າງເຂດປົດປ່ອຍ;
  • + ເພີ່ມທະວີການເຄື່ອນໄຫວ, ຊຸກຍູ້ຂະບວນການຕໍ່ສູ້ຂອງປະຊາຊົນ ໃນເຂດສັດຕູຄວບຄຸມຊົ່ວຄາວ, ຜາບແພ້ທຸກເລກົນຂອງຈັກກະພັດອາເມລິກາຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ, ເຮັດໃຫ້ປະເທດລາວ ເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເປັນກາງ ເອກະພາບ ແລະ ວັດທະນາຖາວອນ;
  • + ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ເອກະລາດແຫ່ງຊາດ ປະຊາທິປະໄຕ ແລະສັງຄົມນິຍົມ ຢູ່ອິນດູຈີນ, ອາຊີອາຄະເນ ແລະໃນໂລກ…
  • ສະພາບຕົວຈິງຂອງປະເທດລາວໃນເວລານັ້ນ ແມ່ນມີສອງເຂດ (ເຂດປົດປ່ອຍ ແລະ ເຂດກວດກາຊົ່ວ ຄາວຂອງສັດຕູ), ໂຄງການ-ການເມືອງຂອງພັກ ໄດ້ວາງ ໜ້າທີ່ລະອຽດໃຫ້ແຕ່ລະເຂດຢ່າງແທດເໝາະ ເຊັ່ນ :
  • + ເຂດປົດປ່ອຍ: ປັບປຸງກ້ອນກຳລັງສາມັກຄີປະຊາຊົນ ບັນດາຊົນຊາດ, ເພີ່ມທະວີກໍາລັງປະຕິວັດໃນທຸກດ້ານ, ເດັດດ່ຽວຜາບແພ້ທຸກເລກົນຜູ້ຮຸກຮານ ຂອງ ຈັກກະພັດອາເມລິກາ ຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ;
  • + ເຂດສັດຕູຄວບຄຸມຊົ່ວຄາວ: ຂົນຂວາຍ, ຈັດຕັ້ງປະຊາຊົນ, ເຕົ້າໂຮມທຸກກໍາລັງຂອງຊາດ ແລະ ປະຊາທິປະໄຕ, ຊຸກຍູ້ຂະບວນການຕໍ່ສູ້ຕ້ານ ຈັກກະພັດ ອາເມລິກາຜູ້ຮຸກຮານ ແລະ ພວກລູກມືຂາຍຊາດ, ທວງໃຫ້ປົວແປງ ຊີວິດຄວາມເປັນຢູ່ ແລະ ປະຕິບັດສິດເສລີພາບ ປະຊາທິປະໄຕ ຂອງປະຊາຊົນ.

– ກໍາລັງປະຕິວັດ ໃນໄລຍະການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ແມ່ນ: “ກໍາມະກອນ, ຊາວໄຮ່ນາ, ນັກຮຽນຮູ້ປະຕິວັດ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ຜູ້ຊົງຄຸນວຸດທິ ທີ່ຮັກຊາດ ແລະ ກ້າວໜ້າ; ໃນນັ້ນ ກຳລັງຕົ້ນຕໍແມ່ນກຳມະກອນ ແລະຊາວໄຮ່ນາຜູ້ອອກແຮງງານ, ພັນທະພາບ ກຳມະ ກອນ-ຊາວນາ ເຊິ່ງຢູ່ພາຍໃຕ້ການນໍາພາ ຂອງຊົນຊັ້ນກໍາມະກອນ ເປັນປັດໃຈຕັດສິນ ແລະ ຮັບປະກັນທຸກໄຊຊະນະ ຂອງການປະຕິວັດ”.

LEAVE A REPLY

Please enter your comment!
Please enter your name here