ສອງສ່ຽວ ພົ້ນໂທດອອກຈາກຄຸກ ໄດ້ບໍ່ຮອດເດືອນ ກໍມາຮ່ວມກັນລັກລົດຈັກ, ແຕ່ໂຊກບໍ່ເຂົ້າຂ້າງ ລົດໄດ້ຕິດຈີພີເອັດ, ຈຶ່ງຖືກເຈົ້າໜ້າທີ່ ປກສ ຕິດຕາມໄປຈັບໄດ້ຄາເຮືອນ ພ້ອມຂອງກາງລົດຈັກ SUMERX ສີເທົາດໍາ ໝາຍເລກທະບຽນ ຕບ 8008 ກໍາແພງນະຄອນ.

ຄະດີລັກຊັບພົນລະເມືອງ ລາຍນີ້, ເກີດຂຶ້ນໃນວັນທີ 27 ທັນວາ 2020, ພາຍຫຼັງ ເຈົ້າໜ້າທີ່ ປກສເມືອງສີໂຄດຕະບອງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນເວລາປະມານ 16:30 ໂມງ ວ່າ ມີຄົນຮ້າຍລັກລົດຈັກ ທີ່ຈອດໄວ້ໜ້າຫ້ອງເຊົ່າ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນວ, ແລ້ວນຳເອົາລົດ ຈັກ ມາຊຸກເຊື່ອງໄວ້ພາຍໃນຂອບເຂດ ເມືອງສີໂຄດຕະບອງ ຈາກການຕິດຕາມຈີພີເອັດ ທີ່ຕິດຢູ່ໃນລົດ.

ຜ່ານການຕິດຕາມຈຸດພິກັດຂອງລົດ ຈາກຈີພີເອັດ ໃນເວລາ 17:00 ໂມງຂອງວັນດຽວກັນ, ກໍສາ ມາດກັກຕົວ ທ້າວ ສີວຽງຄໍາ ຫຼື ແຫຼ້ ອາຍຸ 37 ປີ ຢູ່ບ້ານໂພສີ ເມືອງສີໂຄດຕະບອງ ຢູ່ເຮືອນຂອງຜູ້ກ່ຽວ ພ້ອມລົດຈັກຄັນດັ່ງກ່າວ ແລະ ເຊົ້າມື້ຕໍ່ມາ,ກໍຕິດຕາມກັກຕົວ ຜູ້ທີ່ຖືກຊັດທອດໃນການຮ່ວມລັກລົດໄດ້ ຊື່ ທ້າວ ວິລະພອນ ຫຼື ໄກ່ ອາຍຸ 34 ປີ ຢູ່ບ້ານນາຄໍາ ເມືອງສີໂຄດຕະບອງ ໄປດໍາເນີນຄະ ດີຮ່ວມກັນ ໃນຂໍ້ຫາລັກຊັບພົນລະເມືອງ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຜ່ານມາ, ພວກກ່ຽວ ເຄີຍຕ້ອງໂທດມາແລ້ວໃນຂໍ້ຫາລັກຊັບພົນລະເມືອງ ( ລົດຈັກ ) ໃນປີ 2017 ແລະ ຖືກສານຕັດສິນ 3 ປີ,ພາຍຫຼັງພົ້ນໂທດອອກມາ ໃນຕົ້ນເດືອນທັນວາ 2020, ພວກກ່ຽວ ກໍກັບມາເຄື່ອນໄຫວລັກຊັບພົນລະເມືອງອີກ.

Leave a Reply

Your email address will not be published. Required fields are marked *