ນະຄອນຫຼວງວຽງຈັນ: ໃນວັນທີ 9 ມັງກອນ 2021 ເວລາ 03:23 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ປິ້ນເສຍລັກຢູ່ທາງດ່ວນ (ວຽງຈັນວັງວຽງ) ເຂດບ້ານບົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ່ບາດເຈັບ 2 ຄົນ ເພດຍິງ .

ອາການເບື້ອງຕົ້ນຂອງຜູ່ທີ 1ແມ່ນ : ມີບາດແຜຕາມໃບຫນ້າກະທົບຫົວ ຜູ່ທີ 2 ແມ່ນ: ມີອາການມືນເມົາບາດແຜຕາມຕົວໂຕ

ດັ່ງນັ້ນ ຈື່ງປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມິດຕະພາບ150ຕຽງ ເພືອໄປປິນປົວ.

ສ່ວນສະພາບລົດແມ່ນເພເສຍຫາຍໜັກ.

ເຕືອນໄພທຸກຄົນທີ່ໃຊ້ທາງດ່ວນຈົ່ງມີສະຕິ

.

.

.
