ໃນອາທິດນີ້, ໜຶ່ງໃນທີມງານພົວພັນຊຸມຊົນຂອງອົງການເກັບກູ້ລະເບີດແມັກແຂວງ ຊຽງຂວາງ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານອາເມລິກາ ໄດ້ຮັບການລາຍງານພົບເຫັນລະເບີດບໍ່ທັນແຕກທີ່ບ້ານ ນາເພຍ, ເມືອງ ຜາໄຊ.

Image may contain: outdoor and nature

ອ້າຍ ສົມພັນ, ຜູ້ທີ່ໂທລາຍງານຕໍ່ອົງການແມັກ ກ່າວວ່າ “ ໃນຂະນະທີ່ຂ້ອຍຖາງຫຍ້າ ເພື່ອກຽມປູກຫຍ້າເພື່ອການລ້ຽງສັດຢູ່ນັ້ນ, ຂ້ອຍໄດ້ພົບເຫັນລະເບີດ. ແລ້ວຂ້ອຍກໍ່ໄດ້ໂທເຂົ້າສາຍດ່ວນຂອງອົງການແມັກທັນທີ.” ລະເບີດທັງໝົດມີ 30 ລູກ ຍັງຢູ່ໃນກາບລະເບີດຢູ່.

Image may contain: plant, tree, outdoor and nature

ທີມງານພົວພັນຊຸມຊົນໄດ້ທໍາການກວດສອບ ແລະ ລາຍງານໄປຫາທີມງານທໍາລາຍເຄື່ອນທີ່ເພື່ອໃຫ້ເຂົ້າມາທໍາລາຍຕາມຂັ້ນຕອນຢ່າງປອດໄພ.

Image may contain: outdoor and nature

ຊົມຄຣິບການທໍາລາຍລະເບີດຂອງທີມງານເກັບກູ້ລະເບີດMAG UXO

Leave a Reply

Your email address will not be published. Required fields are marked *