ແຂວງໄຊຍະບູລີ ເອົາໃຈໃສ່ເຂັ້ມງວດກວດກາການລັກລອບເດີນທາງກັບຄືນປະເທດຂອງແຮງງານພາຍໃນແຂວງກໍຄືແຮງງານລາວ ທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ເນື່ອງຈາກຢູ່ປະເທດໃກ້ຄຽງພວມມີການລະບາດຂອງພະຍາດດັ່ງກ່າວຢ່າງກວ້າງຂວາງ.

Image may contain: 1 person, sitting

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 7-8 ມັງກອນ 2020 ວ່າ: ການປ້ອງ ກັນພະຍາດໂຄວິດ ຢູ່ແຂວງໄຊຍະບູລີ ຕົ້ນຕໍແມ່ນປະ ຕິບັດຕາມຄໍາສັ່ງຂອງຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ແລະ ຄໍາສັ່ງທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ ວາງອອກແຕ່ລະໄລຍະ, ສ່ວນບັນຫາທີ່ແຂວງພວມສຸມໃສ່ຈັດຕັ້ງປະຕິບັດເປັນພິເສດໃນເວລານີ້ ແມ່ນການກວດກາກາລັກລອບເດີນທາງກັບຄືນປະເທດຂອງແຮງງານລາວ ທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງຜ່ານແຂວງຂອງຕົນ ເນື່ອງຈາກເປັນແຂວງທີ່ມີຊາຍແດນຕິດກັບປະ ເທດໃກ້ຄຽງ ມີຄວາມຍາວເຖີງ 647 ກິໂລແມັດ.

ນອກຈາກນີ້ ຍັງມີດ່ານສາກົນກັບປະເທດໃກ້ຄຽງອີກ 4 ແຫ່ງ ໂດຍໄດ້ມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສົມທົບກັບອົງການປົກຄອງແຕ່ລະເມືອງ ລົງເກັບກໍາສະພາບແຮງງານຢູ່ແຕ່ລະຄອບຄົວໃນແຕ່ລະບ້ານວ່າມີຄົນໃນຄອບຄົວຍັງເຮັດວຽກຢູ່ປະເທດໃກ້ຄຽງຈັກຄົນ ເພື່ອໃຫ້ໄດ້ສະຖິຕິແຮງງານທີ່ລະອຽດຊັດ ເຈນ ແລະ ໄດ້ມອບຄວາມຮັບຜິດຊອບໂດຍກົງໃຫ້ແຕ່ລະຄອບຄົວ ແລະ ແຕ່ລະບ້ານເຂັ້ມງວດກວດກາ ແລະ ລາຍ ງານໃຫ້ພາກສ່ວນກ່ຽວຂ້ອງຂອງເມືອງ ແລະ ແຂວງຮັບຊາບໂດຍດ່ວນ ຖ້າຫາກພົບເຫັນການລັກລອບເດີນທາງກັບຄືນປະເທດຂອງແຮງງານພາຍໃນແຂວງທີ່ເຮັດວຽກຢູ່ປະເທດໃກ້ຄຽງ.

ຄຣີບຕົວຢ່າງການຈັບແຮງງານລາວລັກຂ້າມ

Leave a Reply

Your email address will not be published. Required fields are marked *