ກາຍເປັນເລື່ອງລາວ ຮືຮາ ຂອງວົງການເຕັ້ນ ສໍາລັບໄປຕັ້ງແຄ້ມ, ເມື່ອ Louis Vuitton Camping Tent ມີລາຄາ ອອກມາທີ່ 109,000 ໂດລາ ສະຫະລັດ ຫຼື ປະມານເກືອບ 1 ຕື້ກວ່າກີບ. ບອກໄດ້ວ່າວົງການແຟຊັນ ຕ້ອງຕະລຶງ ແລະ ອາດຖືກໃຈ ບັນດາເສດຖີ ທີ່ຕິດແບຣນລຸຍ ທີ່ຈະໄດ້ເຕັ້ນໄປນອນ ໄລຍະ ໂຄວິດ-19 ລະບາດ.

ເຊິ່ງຂໍ້ມູນໃຫ້ຮູ້ວ່າ, ການອອກແບບເຕັ້ນນີ້ ແມ່ນສີມືຂອງ Virgil Abloh ທີ່ເຮັດອອກມາໃນຊຸດ ແຟຊັນ Fall/winter 2020 . ດ້ານນອກຂອງເຕັ້ນ ເປັນລວດລາຍ ໂມໂນແກຮມ ທີ່ເປັນເອກະລັກສະເພາະ, ສ່ວນດ້ານໃນ ຈະເຮັດເປັນລາຍທ້ອງຟ້າສົດໃສ.

ເປັນຈັ່ງໃດທຸກທ່ານ ສົນໃຈຢາກໄດ້ ເຕັ້ນຈັກດາງ ໄປຕັ້ງແຄ້ມທ້າລົມໜາວຢູ່ ພູຄູນບໍ່?

.

.

.
