ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 5 ມັງກອນ 2021 ນີ້ວ່າ: ຕະຫຼອດໄລຍະ ປີ 2020 ພວກເຮົາໄດ້ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ປະເທດໃນຂອບເຂດຈຳກັດທີ່ສຸດ ມາຮອດປະຈຸບັນມີຜູ້ຕິດເຊື້ອທັງໝົດ 41 ຄົນ, ປິ່ນປົວດີ 40 ຄົນ, ຍັງຕິດຕາມອາການຢູ່ໂຮງໝໍ 1 ຄົນ ແລະ ບໍ່ມີຜູ້ເສຍຊີວິດ.

ແຕ່ຢ່າງໃດກໍ່ຕາມ, ສະພາບການລະບາດຂອງພະຍາດຂອງພະຍາດດັ່ງກ່າວຢູ່ໃນໂລກນີ້ ຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລິເລີ່ມນຳໃຊ້ Vaccine ປ້ອງກັນພະຍາດຢູ່ໃນບາງປະເທດມາແລ້ວ ຮອດວັນທີ 5 ມັງກອນນີ້ ມີຜູ້ຕິດເຊື້ອເຖິງ 85,9 ລ້ານກວ່າຄົນ (ຕິດເຊື້ອໃໝ່ 5 ແສນກວ່າຄົນ), ເສຍຊີວິດ 1,8 ລ້ານກວ່າຄົນ (ເສຍຊີວິດໃໝ່ 8,6 ພັນກວ່າຄົນ).

ຕໍ່ໜ້າສະພາບການດັ່ງກ່າວ ຄະນະສະເພາະກິດ ໄດ້ແຈ້ງການເພີ່ມເຕີມກ່ຽວກັບມາດຕະການປ້ອງກັນ COVID-19 ແຕ່ວັນທີ 23 ທັນວາ 2020 ເຖິງ ວັນທີ 31 ມັງກອນ 2021 ໄດ້ລະບຸແຈ້ງ 13 ມາດຕະການຄື: ການໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດທີ່ມີການລະບາດ, ຍົກເວັ້ນຖ້ຽວບິນມະນຸດສະທຳ ແມ່ນເພື່ອຫຼີກເວ້ັນການນຳເອົາຜູ້ໂດຍສານທີ່ຕິດເຊື້ອເຂົ້າມາໃນປະເທດພວກເຮົາ; ໂຈະອອກວີຊາໃຫ້ແກ່ ຜູ້ເດີນທາງມີຈາກປະເທດທີ່ມີການລະບາດໃນຊຸມຊົນ; ກວດວິເຄາະຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງ PCR ທຸກຄົນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ສປປ ລາວ; ເກັບຕົວຢ່າງກວດວິເຄາະຫາເຊື້ອ COVID-19 ດ້ວຍເຄື່ອງ PCR ທຸກຄົນ ທີ່ເດີນທາງຜ່ານດ່ານ ຫຼື ເມືອມາເຖິງສະໜາມບິນ ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ກຳນົດໄວ້ຄົບ 14 ວັນ; ເຝົ້າລະວັງຕາມຊາຍແດນປະເທດອ້ອມຂ້າງ, ຕິດຕາມເອົາລັກລອບເຂົ້າເມືອງຜິດກົດໝາຍ ເຂົ້າມາກວດວິເຄາະຫາເຊື້ອ COVID-19 ແລະ ນຳພາເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ກຳນົດໄວ້ຄົບ 14 ວັນ; ການກວດກາຜູ້ຂັບລົດຂົນສົ່ງສີນຄ້າຜ່ານແດນໃຫ້ມີໃບຢັ້ງຢືນກວດຫາເຊື້ອພະຍາດ COVID-19 ເປັນຜົນລົບທຸກໆ ອາທິດ ຈຶ່ງອະນຸຍາດໃຫ້ຜ່ານຊາຍແດນເຂົ້າມາ; ຍັງມີມາດຕະການເພີ້ມເຕີມອີກໄລຍະທີ່ມີການລະບາດຢູ່ຕະຫຼາດອາຫານທະເລຂອງປະເທດເພື່ອບ້ານ ຊຶ່ງພວກເຮົາໄດ້ໂຈະຊົ່ວຄາວການນຳເຂົ້າອາຫານທະເລ ຈາກປະເທດທີ່ມີການລະບາດຂອງພະຍາດ COVID-19.

ສະເພາະມາດຕະການພາຍໃນປະເທດ:
1) ໂຈະງານຄອນເສີດ, ງານດົນຕີສະໂມສອນ ແລະ ງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫ່ຍ ກໍ່ເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກພາກສ່ວນກ່ຽວ ຂ້ອງ;
2) ຕິດຕາມກວດກາມາດຕະການຢູ່ສູນຈຳກັດບໍລິເວນຂອງລັດ, ໂຮງແຮມທີ່ຖືກກຳນົດໄວ້ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈຳກັດບໍລິເວນຄົບ 14 ວັນ, ບໍ່ໃຫ້ອອກໄປຂ້າງນອກ;
3) ໄດ້ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ;
4) ໄດ້ລົງເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າຂາຍອາຫານທະເລ ມາກວດວິເຄາະຫາເຊື້ອ COVID-19 ຈຳນວນ 138 ຄົນ ເຫັນວ່າບໍ່ພົບເຊື້ອພະຍາດ;
5) ພວກເຮົາຍັງມີມາດຕະການເພີ້ມເຕີມ ສຳລັບຕິດຕາມຜູ້ຈຳກັດບໍລິເວນ ໃນໄລຍະ 14 ວັນ ຊຶ່ງແມ່ນເຄື່ອງມື ທາງການແພດແບບ Digital ແນໃສ່ໂມງຜູ້ເດີນທາງເຂົ້າມາ, ຊຶ່ງສາມາດຕິດຕາມອຸນຫະພູມ ເຊົ້າ-ແລງ ແລະ ບອກສະຖານທີ່ ທີ່ຜູ້ກ່ຽວໄປມາ. ພ້ອມທັງມາດຕະການໃຫ້ຊື້ປະກັນໄພ COVID-19 ສຳລັບຜູ້ເດີນທາງເຂົ້າມາ;
6) ສະເພາະກ່ຽວກັບ Vaccine ກັນພະຍາດ COVID-19 ປະເທດເຮົາກໍ່ໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ເປັນຮອບທີ 2 ແລ້ວ ແລະ ຈະສືບຕໍ່ດຳເນີນການຕໍ່ໄປ.
ທ່ານ ກ່າວວ່າຢໍ້າວ່າ ສຳຫຼັບ ພົນລະເມືອງລາວແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆໃນການກວດຫາເຊື້ອໂຄວິດ-19 ແລະ ການປິ່ນປົວ.

ຟັງຄຣີບ