ເລື່ອງດີໆ ທາງຫນ່ວຍກູ້ຊີບອົງການກາແດງລາວຂໍຂອບໃຈມາຍັງເຈົ້າຂອງກະລ່າລົດ ວັນມິ່ງ ບ້ານເມືອງງາ (ສົ້ນຂົວເກົ່າ) ນະຄອນຫລວງພະບາງທີ່ໄດ້ປະກອບສ່ວນຕັ້ງຕູ້ບໍລິຈາກໃນກະລ່າ ເພື່ອໃຫ້ປະຊາຊົນຜູ້ທີ່ມາໃຊ້ບໍລິການຮ່ວມບໍລິຈາກແລະແບ່ງປັນນ້ຳໃຈຊ່ວຍເຫລືອຫນ່ວຍກູ້ຊີບອົງການກາແດງ ເຊິ່ງຍອດບໍລິຈາກໃນຄັ້ງນີ້ເປັນເງິນສົດລວມມູນຄ່າໄດ້ 1.400.000ກີບ ສຳລັບພໍ່ແມ່ພີ່ນ້ອງທ່ານໃດສົນໃຈຢາກບໍລິຈາກປັດໃຈເລັກໆນ້ອຍໆເມື່ອທ່ານໄປໃຊ້ບໍລິການໃນຮ້ານດັ່ງກ່າວສາມາດບໍລິຈາກຜ່ານຕູ້ທີ່ຕັ້ງຢູ່ໃນຮ້ານໄດ້ເລີຍ

ທາງທີມງານຂອງພວກເຮົາຂໍອວຍພອນໄຊໃຫ້ທຸກທ່ານທີ່ມີສ່ວນຮ່ວມໃນການບໍລິຈາກຄັ້ງນີ້ຂໍໃຫ້ທ່ານຈົ່ງມີແຕ່ຄວາມສຸກ ກາຍສະບາຍໃຈ ສຸຂະພາບແຂງແຮງ ຊື້ໄດ້ຂາຍຫມານຈະເລີນຮຸ່ງເຮືອງຂື້ນໄປດ້ວຍເທີ້ນ
