ໃນວັນທີ 05/01/2021 ເວລາ 22:54 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸປະຕິເຫດລົດໃຫຍ່ຕຳກັບລົດຈັກ ແລ້ວລົດໃຫຍ່ລົບໜີ ຢູ່ບ້ານ ສີບຸນເຮືອງ ເມືອງ ຈັນທະບູລິ ແຂວງ ນະຄອນຫຼວງວຽງຈັນ

.

ທີມກູ້ຊີບກູ້ໄພນະຄອນຫຼວງ ສູນສັ່ງການ ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເປັນເພດຊາຍ

.

ອາການເບື້ອງຕົ້ນແມ່ນ: ມີບາດແຜເປິດໃຫຍ່ຢູ່ໜ້າຜາກ ແລະ ກະທົບຂາຂວາ

.

ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.

.
