ແຈ້ງເຕືອນປະຊາຊົນໃຫ້ມີສະຕິລະວັງຕົວສູງ ມິດສາຊີບແບບໃໝ່ດ້ວຍການແອບອ້າງເປັນເຈົ້າໜ້າທີ່ ແລ້ວຂໍເງິນນໍາປະຊາຊົນ, ເຊິ່ງບຸກຄົນໃນພາບນີ້ ໄດ້ຂີ່ລົດເຄື່ອນໄຫວຊອກຂໍເງິນນໍາປະຊາຊົນຕາມແຄມທາງ ແລະ ຜູ້ທີຂີ່ລົດໃຫຍ່ ດ້ວຍວິທີການຕິສະໜິດເຮັດແບບຮູ້ຈັກກັນມາກ່ອນ ຈາກນັ້ນຈຶ່ງໃຊ້ເລລ່ຽມຂໍເງິນ

ເຊິ່ງຜ່ານມາ ບຸກຄົນນີ້ ໄດ້ເຄື່ອນໄຫວກະທໍາຜິດແບບນີ້ຢູ່ຫຼວງພະບາງ, ເມືອງວັງວຽງແຂວງວຽງຈັນ ໂດຍມີຜູ້ຕົກເປັນເຫຍື້ອຫຼາຍຄົນແລ້ວ.

ຫຼ້າສຸດ, ວັນທີ 3 ມັງກອນ 2021 ແມ່ນເຄື່ອນໄຫວຊອກຂໍເງິນຢູ່ເສັ້ນທາງດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສະນັ້ນ ທຸກຄົນຕ້ອງມີສະຕິຢ່າຫຼົງເຊື່ອໂດຍງ່າຍ ແລະ ບໍ່ຕ້ອງໃຫ້ຢືມສິ່ງຂອງມີຄ່າແກ່ບຸກຄົນນີ້ ບໍ່ດັ່ງນັ້ນ ອາດຕົກເປັນເຫຍື່ອຂອງບຸກຄົນບໍ່ດີນີ້ ເພື່ອຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຖ້າບຸກຄົນໃດຫາກພົບເຫັນບຸກຄົນ ຫຼື ກໍລະນີແບບນີ້ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ໄກ້ຄຽງດ່ວນ.

ຄຣີບ

Leave a Reply

Your email address will not be published. Required fields are marked *