ທ່ານ ຮສ ດຣ. ພູທອນ ເມືອງປາກ ຖະແຫຼງມາດຕະການເຝົ້າລະວັງເພິ່ມເຕີມກ່ຽວກັບການປ້ອງກັນພະຍາດໂຄວິດ-19 ເນື່ອງຈາກມີການລະບາດໃຫຍ່ຢູ່ປະເທດໃກ້ຄຽງ.
ຮອງລັດຖະມົນຕີກະຊວງສາທາລະນະສຸກຮຽກຮ້ອງໃຫ້ທະຫານຊາຍແດນ, ອົງການປົກຄອງບັນດາແຂວງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ເພີ້ມຄວາມເຂັ້ມງວດກວດກາຕາມຊາຍແດນ, ກໍລະນີພົບເຫັນຜູ້ລັກລອບເຂົ້າປະເທດໃຫ້ນຳສົ່ງເຂົ້າສູນຈຳກັດບໍລິເວນ ເພື່ອກວດວິເຄາະຫາເຊື້ອ ແນໃສ່ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ; ເຈົ້າໜ້າທີ່ຢູ່ດ່ານຊາຍແດນຕ້ອງເຂັ້ມງວດໃນການກວດໃບຢັ້ງຢືນວິເຄາະຫາເຊື້ອ COVID-19 ນຳຜູ້ຂັບລົດຂົນ ສົ່ງທຸກຄົນ ຖ້າບໍ່ມີໃບຢັ້ງຢືນກວດ COVID-19 ເປັນຜົນລົບ ພາຍໃນ 1 ອາທິດ ແມ່ນບໍ່ອະນຸຍາດໃຫ້ລົດຜ່ານ ແລະ ເກັບຕົວຢ່າງມາກວດຫາເຊື້ອ ພາຍຫັງເກີດການລະ ບາດຂອງພະຍາດໂຄວິດ19 ຢູ່ປະເທດໃກ້ຄຽງ.
ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການປະຕິບັດມາດຕະການສະກັດກັ້ນພະຍາດໂຄວິດ19 ຂອງລາວ ຈັດຂື້ນໃນວັນທີ 5 ມັງກອນນີ້, ທີ່ກະຊວງສາທາ ລະນະສຸກ ຮອງສາສະດາຈານ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຊີ້ໃຫ້ເຫັນວ່າ: ປະຈຸບັນສະພາບການລະບາດຂອງພະຍາດໂຄວິດ19 ໃນທົ່ວໂລກຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລີເລີ້ມນຳໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ 19ຢູ່ບາງປະເທດມາແລ້ວ
ຕໍ່ໜ້າສະພາບການດັ່ງກ່າວ ຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂໍ້ໃຫ້ຂໍ້ມູນເພີ້ມເຕີມບາງຢ່າງກ່ຽວກັບມາດຕະການທີ່ກຳລັງຈັດຕັ້ງປະຕິບັດ ເພື່ອໃຫ້ມີການຮ່ວມມືຢ່າງຈິງຈັງ ແລະ ມີຄວາມເຊື່ອໝັ້ນຕໍ່ຄວາມປອດໄພຢູ່ປະເທດເຮົາ ໂດຍສະເພາະການປະຕິບັດແຈ້ງການຂອງ ຫສນຍ ເລກທີ 1414/ຫສນຍ ລົງວັນທີ 23 ທັນວາ 2020 ກ່ຽວກັບມາດຕະການປ້ອງກັນ COVID-19 ແຕ່ວັນທີ 23 ທັນວາ 2020 ເຖິງ ວັນທີ 31 ມັງກອນ 2021 ໄດ້ລະບຸແຈ້ງ 13 ມາດຕະການ ຊຶ່ງມີມາດຕະການທີສຳຄັນ ແລະ ຕົ້ນຕໍທີ່ສຸດ ເປັນຕົ້ນ ການໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຍົກເວັ້ນ ຖ້ຽວບິນມະນຸດສະທຳ ແມ່ນເພື່ອຫຼີກເວ້ັນການນຳເອົາຜູ້ໂດຍສານທີ່ຕິດເຊື້ອ COVID-19 ເຂົ້າມາໃນປະເທດເຮົາ;ໂຈະອອກວີຊາໃຫ້ແກ່ ຜູ້ເດີນທາງມີຈາກປະເທດທີ່ມີການລະບາດໃນຊຸມຊົນ; ກວດວິເຄາະຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງ PCR ທຸກຄົນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ລາວ; ເກັບຕົວຢ່າງກວດວິເຄາະຫາເຊື້ອ COVID-19 ດ້ວຍເຄື່ອງ PCR ທຸກຄົນ ທີ່ເດີນທາງຜ່ານດ່ານ ຫຼື ເມືອມາເຖິງສະໜາມບິນ ແລະ ຈຳກັດບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ຄົບ 14 ວັນ;
ເຝົ້າລະວັງຕາມຊາຍແດນປະເທດອ້ອມຂ້າງ, ຕິດຕາມເອົາລັກລອບເຂົ້າເມືອງຜິດກົດໝາຍ ເຂົ້າມາກວດວິເຄາະຫາເຊື້ອ COVID-19 ແລະ ນຳພາເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ກຳນົດໄວ້ຄົບ 14 ວັນ; ການກວດກາຜູ້ຂັບລົດຂົນສົ່ງສີນຄ້າຜ່ານແດນໃຫ້ມີໃບຢັ້ງຢືນກວດຫາເຊື້ອພະຍາດ COVID-19 ເປັນຜົນລົບທຸກໆ ອາທິດ ຈຶ່ງອະນຸຍາດໃຫ້ຜ່ານຊາຍແດນເຂົ້າມາ; ຍັງມີມາດຕະການເພີ້ມເຕີມອີກໄລຍະທີ່ມີການລະບາດຢູ່ຕະຫຼາດອາຫານທະເລຂອງປະເທດເພື່ອບ້ານ ຊຶ່ງພວກເຮົາໄດ້ໂຈະຊົ່ວຄາວການນຳເຂົ້າອາຫານທະເລ ຈາກປະເທດທີ່ມີການລະບາດຂອງພະຍາດ COVID-19.
ຮອງລັດຖະມົນຕີກະຊວງສາທາລະນະສຸກ ຊີ້ໃຫ້ເຫັນຕື່ມວ່າ: ສະເພາະມາດຕະການທີ່ລາວພວມເລັ່ງຈັດຕັ້ງປະຕິບັດໃນປະຈຸບັນແມ່ນໄດ້ໂຈະງານຄອນເສີດ, ງານລາຕີສະໂມສອນ ແລະ ງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫ່ຍ ກໍ່ເຫັນວ່າໄດ້ຮັບການຮ່ວ ມມືເປັນຢ່າງດີຈາກພາກ ສ່ວນກ່ຽວຂ້ອງ, ຕິດ ຕາມກວດກາມາດຕະການຢູ່ສູນຈຳ ກັດບໍລິເວນຂອງລັດ, ໂຮງແຮມທີ່ຖືກກຳນົດໄວ້ໃຫ້ປະຕິ ບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈຳກັດບໍລິເວນຄົບ 14 ວັນ, ບໍ່ໃຫ້ອອກໄປຂ້າງນອກ, ເພີ້ມທະວີການໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມຍົກສູງສະຕິຄວາມຮັບຜິດ ຊອບໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ; ໄດ້ລົງເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າ ຂາຍອາຫານທະເລມາກວດວິເຄາະຫາເຊື້ອໂຄວິດ19 ຈຳນວນ 138 ຄົນ ເຫັນວ່າບໍ່ພົບເຊື້ອພະຍາດ;
ນອກຈາກນີ້ຍັງມີມາດຕະການເພີ້ມເຕີມສຳລັບຕິດຕາມຜູ້ຈຳກັດບໍລິເວນໃນໄລຍະ 14 ວັນ, ຊຶ່ງແມ່ນເຄື່ອງມືທາງການແພດແບບ Digital ແນໃສ່ໂມງຜູ້ເດີນທາງເຂົ້າມາ, ຊຶ່ງສາມາດຕິດຕາມອຸນຫະພູມເຊົ້າ-ແລງ ແລະ ບອກສະຖານທີ່ ທີ່ຜູ້ກ່ຽວໄປມາ. ພ້ອມທັງມາດຕະການໃຫ້ຊື້ປະກັນໄພ ໂຄວິດ19 ສຳລັບຜູ້ເດີນທາງເຂົ້າມາ; ສະເພາະກ່ຽວກັບຢາວັກຊິນປ້ອງກັນພະຍາດໂຄວິດ19 ປະເທດເຮົາກໍ່ໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງເປັນຮອບທີ 2 ແລ້ວ ແລະຈະສືບຕໍ່ດຳເນີນການຕໍ່ໄປ ສ່ວນຜູ້ທີ່ໄດ້ຮັບວັກຊິນແລ້ວທັງໝົດແມ່ນບໍ່ມີຜົນຂ້າງຄຽງ.
ຂ່າວ: ຈັນທະສອນ ສີຫານາດ
ກົດຟັງຖະແຫຼງຂ່າວ
.
