ລາຍງານຈາກ ວຽງຈັນທາມ ໃຫ້ຮູ້ວ່າ ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງໃຫ້ຊາບໃນວັນທີ 4 ມັງກອນ 2021 ວ່າ: ໃນໄລຍະ 5 ວັນ ນັບແຕ່ວັນທີ່ 29 ທັນວາ 2020 ຫາ 2 ມັງກອນ 2021 ຊຶ່ງເປັນໄລຍະການ ສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃຫມ່ 2021,

ໄດ້ເຮັດໃຫ້ມີຜູ້ເສຍຊີວິດທັງຫມົດ 36 ຄົນຈາກອຸປະຕິເຫດທີ່ເກີດຢູ່ທ້ອງຖະຫນົນທັ້ງຫມົດ 217 ຄັ້ງ ໃນຂອບເຂດທົ່ວປະເທດ.

ກົມໃຫ່ຍຕໍາຫຼວດຈະລາຈອນແຈ້ງໃຫ້ຮູ້ຕື່ມວ່າ: ອຸປະຕິເຫດສ່ວນຫຼາຍແມ່ນເກີດຈາກການດື່ມສິ່ງມືນເມົາ (ເຫຼົ້າ, ເບຍ) ມີເຖິງ 72 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ຮອງລົງມາແມ່ນ ເກີດຈາກການຂັບຂີ່ດ້ວຍຄວາມໄວ ເກີນກໍານົດກໍ່ໃຫ້ເກີດອຸບັັັດເຫດ 65 ຄັ້ງ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ສະເພາະນະຄອນຫຼວງວຽງຈັນໃນໄລຍະ 5 ວັນດັ່ງກ່າວໄດ້ເກີດອຸປະຕິເຫດທັງຫມົດ 41 ຄັ້ງ ແລະ ມີຜູ້ເສຍຊີວິດ 7 ຄົນ.

ເຊິ່ງມັນສະແດງໃຫ້ເຫັນວ່າເທດສະການງານບຸນຕ່າງໆທີ່ມີການສະເຫຼີມສະຫຼອງ ແລະ ມີການສັງສັນດື່ມສິ່ງມຶນເມົາ ເປັນເຫດຕົ້ນຕໍທີ່ເຮັດໃຫ້ເກີດອຸປະຕິເຫດເຊິ່ງນຳໄປເຖິງການເສຍຊີວິດ.

ດັ່ງນັັ້ນ, ຈົ່ງມີສະຕິທຸກຄັ້ງທີ່ຂັບຂີ່ລົດ ແລະ ບໍ່ຄວາມຂັບລົດດ້ວຍຄວາມມຶນເມົາ, ຂັບໄວ, ຂັບຂີ່ປະໝາດ ແລະ ເຄົາລົບກົດຈາລະຈອນເພື່ອຄວາມປອດໄພ ແລະ ຫຼຸດຄວາມສ່ຽງທີ່ອາດຈະນຳພາໃຫ້ເກີດອຸປະຕິເຫດໄດ້.

.

.

.

.

.

.

.

.

.
