ມື້ນີ້ ຂໍມາອັບເດດ ອາການ ຂອງຄົນເຈັບ ພໍ່ລູກອ່ອນ ທີ່ວອນຂໍຄວາມຊ່ວຍເຫຼືອ, ທີ່ທາງທີມງານພວກເຮົາ ໄດ້ຊ່ວຍລະດົມ ທຶນຄ່າປິ່ນປົວ ໃນວັນທີ 25 ຕຸລາ 2020 ທີ່່ຜ່ານມາ . ມື້ນີ້, 3 ມັງກອນ 2021, ທາງຄົນເຈັບ ໄດ້ສົ່ງຂ່າວ ພ້ອມໃຫ້ຮູ້ສະພາບອາການ ແມ່ນດີຂຶ້ນຫຼາຍ. ປະຈຸບັນ ຄົນເຈັບ ແມ່ນໄດ້ມາບໍາບັດ ເພື່ອຟື້ນຟືນ ຂາ ໃຫ້ສາມາດຍ່າງໄດ້. ປະຈຸບັນ ແມ່ນຍ່າງໄດ້ແດ່ ເລັກນ້ອຍ ແຕ່ຍັງບໍ່ທັນແຂງແຮງ.

.

.

.

.
ຄົນເຈັບ ພໍ່ລູກອ່ອນ ຜູ່ນີ້ ຍັງຄົງຕ້ອງໃຊ້ເວລາ ແລະ ທຶນຮອນ ໃນການຮັກສາຕົນເອງ ໃຫ້ດີ ແລະ ສາມາດຍ່າງໄດ້. ຜູ່ເປັນພໍ່ ຈະສູ້ເຕັມທີ່ ເພື່ອໃຫ້ມີສຸຂະພາບປົກກະຕິ ແລະ ຈະໄດ້ກັບມາເບິ່ງແຍງຄອບຄົວ, ໂດຍສະເພາະ ລູກນ້ອຍຂອງລາວ.
ທ່ານໃດມີເງື່ອນໄຂ ຢາກປະກອບສ່ວນຄ່າປິ່ນປົວ ຜູ່ກ່ຽວກໍ່ສາມາດອ່ານໄດ້ຕາມຂໍ້ມູນດ້ານລຸ່ມ

ຂ່າວກ່ອນໜ້ານີ້
—-
ວອນຜູ່ໃຈບຸນຊ່ວຍແດ່ 🙏🙏🙏
ຊື່ ທ້າຍຄຳຫມັ້ນ ສິງຄຳພັດ ບ້ານສົບລາບ ເມືອງຫົວເມືອງ ແຂວງຫົວພັນ
ຊື່ພໍ່ເຄນພັນສິງຄຳພັດອາຊີບປະຊາຊົນເບີໂທ 02096911477. ຊື່ແມ່ ນາງລ້ຽງປະຊາຊົນ ໂທ 0304889344.
ຜູ່ກ່ຽວຖືກລົດຕຳທ້າວຄຳຫມັ້ນວັນທີ່ 2/11/2019 ຜູ້ຕຳທ້າວຂັນທອງ ລໍແພງຢອງ.
ມາຮອດປານນີ້ຍັງຍ່າງບໍ່ໄດ້ແຖມມີລູກນ້ອຍອີກຖືກຕຳວັນທີ່ 2/11/2019 ລູກເກີດ 20/12/2019
ສາເຫດຍ້ອນເຫັນຄົນກຳລັງລົດລົ້ມແລ້ວຊິລົງຍ່າງໄປຊ່ວຍເຂົາແຕ່ບັງເອີນລົດວິໂກ້ມາຕຳເອົາຈົນໄດ້ເຂົ້າຫ້ອງໄອຊີຢູໄດ້ 29 ມື້ຈຶ່ງຮູ້ສຶກໂຕລະຢູ່ສູນບຳບັດຕໍ່ແຕ່ວ່າຕອນນີ້ພໍແຕ່ຫລີ້ນມືຖືໄດ້ຍ່າງບໍ່ທັນໄດ້ຄົບ 11 ເດືອນປາຍລະຍັງບໍ່ໄປເຮັດວຽກໄດ້ແຕ່ຕ້ອງການເງີນຊື້ນົມຊື້ເພີດໃຫ້ລູກ ແລະຊື້ຢາຕົນເອງແດ່ຈຳເປັນລະຊ່ວຍແດ່ເດີແອັດ
ຝາກເຖິງຄົນຕຳແດ່ຢ່າເຮັດໃຫ້ຄວາມຜິດໂຕເອງປ່ຽນນິດໄສຄົນອື່ນເດີເພາະເຄີຍຄິດດີຕໍ່ທຸດຄົນແຕ່ຕ້ອງມານອນແບບນີ້ເພາະຂັບລົດບໍ່ລະວັງຢ່າໃຫ້ຄົນດີຕາຍຝີຕໍ່ໄປເດີ.
ສະພາບຕອນເຈັບ

ສະພາບຕອນເຈັບ

ສະພາບຕອນເຈັບ

ສະພາບຕອນອອກໂຮງໝໍ

ລູກນ້ອຍແລະພໍ່

ໃບຢັ້ງຍືນທີ່ຢູ່

ຄລິບສະພາບປະຈຸບັນ
ບັນຊີຄົນເຈັບ

.
